ນາຍົກລັດຖະມົນຕີ ອິດສະລາແອັນ ປະກາດແຜນການພາຍຫຼັງສົງຄາມຢູ່ເຂດກາຊາ
ຕອນຄໍ່າວັນທີ 10 ສິງຫາ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ຈັດກອງປະຊຸມຖະແຫຼງຂ່າວ, ໃນສະພາບການລັດຖະບານປະເທດນີ້ປະສົບກັບການຕຳໜິຕິຕຽນ ຈາກທົ່ວປະເທດ ແລະສາກົນກ່ຽວຂ້ອງເຖິງການຕັດສິນຂອງຄະນະລັດຖະບານ ກ່ຽວກັບຄວາມໝັ້ນຄົງວ່າດ້ວຍການເປີດກວ້າງບັ້ນການທະຫານຂອງກຳລັງປ້ອງກັນອິດສະລາແອັນ (IDF) ຢູ່ນະຄອນກາຊາ.