ໃນຂອບເຂດກອງປະຊຸມສຸດຍອດການລົງທຶນນ້ຳ ອາບຟຼິກກາ ໄດ້ດຳເນີນຢູ່ Cape Town  (ອາບຟຼິກກາໃຕ້), ວັນທີ 13 ສິງຫາ, ທ່ານ Cyril Ramaphosa ປະທານາທິບໍດີ ອາບຟຼິກກາໃຕ້ ໄດ້ເປີດຕົວສະພາແງ່ຫວັງທົ່ວໂລກກ່ຽວກັບການລົງທຶນນ້ຳ  (GOCWI).GOCWI ແມ່ນຂໍ້ລິເລີ່ມຂອງ ອາບຟຼິກກາໃຕ້, ເຊິ່ງແມ່ນປະເທດປະທານກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ປີ 2025 ເພື່ອແນໃສ່ເຊື່ອມຕໍ່ ອາບຟຼິກກາໃຕ້ ກັບບັນດາປະເທດລົງທຶນສາກົນ.

leftcenterrightdel
ທ່ານ Cyril Ramaphosa ປະທານາທິບໍດີ ອາບຟຼິກກາໃຕ້. ພາບ: REUTERS/Siphiwe Sibeko 

ທ່ານ Sheikh Mohamed bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ (UAE), ທ່ານນາຍົກລັດຖະມົນຕີ Barbados Mia Mottley ແລະ ເປັນປະທານຮ່ວມກອງທຶນ Bill & Melinda Gates - Bill Gates ພ້ອມກັບປະທານ G20 ອາບຟຼິກກາໃຕ້ ເປັນປະທານຮ່ວມ GOCWI. ຕາມທ່ານປະທານາທິບໍດີ ອາບຟຼິກກາໃຕ້ແລ້ວ, ກົນໄກນີ້ ຈະຕິດຕາມຄວາມຄືບໜ້າ, ການປ່ອຍເງິນ, ການລາຍງານປະຈຳປີ ແລະ ການປະສານສົມທົບບັນດາຄວາມມານະພະຍາຍາມຂອງ G20, ສປຊ, ບັນດາທະນາຄານພັດທະນາຫຼາຍຝ່າຍ ແລະຂົງເຂດເອກະຊົນ, ພ້ອມທັງຈະລະດົມການນຳພາ, ທຶນ ແລະການປ່ຽນແປງໃໝ່ທີ່ຈຳເປັນ ເພື່ອຫັນຂະແໜງນ້ຳຈາກຂະແໜງທີ່ພວມຖືກວິກິດການກາຍເປັນຂະແໜງແຫ່ງໂອກາດ.

ແຫຼ່ງຄັດຈາກ: vovworld.vn