ປະທານາທິບໍດີ ອາເມລິກາ ເຊັນຕໍ່ກຳນົດເວລາໂຈະການຈັດວາງອັດຕາພາສີສຳລັບ ຈີນ ຕື່ມອີກ 90 ວັນ
ຂໍ້ຕົກລົງໂຈະການຈັດວາງອັດຕາພາສີ ໄດ້ໝົດຜົນສັກສິດໃນເວລາ 00 ໂມງ 01 ນາທີ ຂອງວັນທີ 12 ສິງຫາ ຕາມເວລາເຂດຕາເວັນອອກ ອາເມລິກາ (ກົງກັບ 11 ໂມງ 01 ນາທີ ຕາມເວລາ ຮ່າໂນ້ຍ) ນັ້ນຈະໄດ້ຕໍ່ເວລາຮອດກາງເດືອນພະຈິກ, ໂດຍຮັກສາອັດຕາພາສີຄືປັດຈຸບັນ ແມ່ນ 30% ສຳລັບສິນຄ້ານຳເຂົ້າຈາກ ຈີນ ແລະ 10% ສຳລັບສິນຄ້າຂອງ ອາເມລິກາ ທີ່ນຳເຂົ້າ ຈີນ, ແທນທີ່ຈະເພີ່ມຂຶ້ນດ້ວຍອັດຕາ 145% ແລະ 125% ຕາມລຳດັບ.