leftcenterrightdel
ບັນດາການບຸກໂຈມຕີຂອງອິດສະຣາແອັນ ໃສ່ເຂດກາຊາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 20 ຄົນເສຍຊີວິດ. ພາບ: REUTERS/Amir Cohen

ໃນສະພາບບັນດາການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງໃໝ່ ຢູ່ເຂດ ກາຊາ ລະຫວ່າງອິດສະຣາແອັນ ແລະຂະບວນການ ຮາມາດສ ພວມຢືນຕໍ່ໜ້າຄວາມສ່ຽງລົ້ມລະບາຍ, ວັນທີ 12 ກໍລະກົດ, ການໃຊ້ຄວາມຮຸນແຮງ ສືບຕໍ່ເພີ່ມຂຶ້ນຢູ່ເຂດນີ້.

ຕາມບັນດາແຫຼ່ງຂ່າວດ້ານສາທາລະນະສຸກ ປາແລັດສະຕິນ ແລ້ວ, ບັນດາການບຸກໂຈມຕີຂອງອິດສະຣາແອັນ ໃສ່ເຂດກາຊາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 20 ຄົນເສຍຊີວິດ, ສ່ວນຫຼາຍແມ່ນສາມັນຊົນ. ໄລ່ລວມໃນ 3 ວັນຜ່ານມາ, ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 163 ຄົນເສຍຊີວິດ, ກວ່າ 300 ຄົນຖືກບາດເຈັບ. ຜູ້ເສຍຊີວິດສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ ແລະແມ່ຍິງຫຼາຍຄົນ.

ໃນເຫດການທີ່ກ່ຽວຂ້ອງ, ກອງປະຊຸມສາກົນ ເພື່ອແກ້ໄຂມາດຕະການ 2 ລັດ ໃຫ້ແກ່ບັນຫາ ອິດສະຣາແອັນ - ປາແລັດສະຕິນ, ໂດຍ ຊະອຸດິ ອາຣັບບີ ແລະ ຝລັ່ງ ເປັນເຈົ້າພາບຈັດຂຶ້ນ, ຄາດວ່າຈະດຳເນີນແຕ່ວັນທີ 28 - 29 ກໍລະກົດ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ. ກອງປະຊຸມມຸ່ງໄປເຖິງການປຶກສາຫາລື ແລະຮັບຮອງເອົາບັນດາມາດຕະການລະອຽດ ເພື່ອປະຕິບັດມາດຕະການ 2 ລັດ, ຢຸດຕິການປະທະກັນທີ່ແກ່ຍາວເປັນຫຼາຍທົດສະວັດຜ່ານມາລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ.

ແຫຼ່ງຄັດຈາກ: vovworld.vn