ພົນເອກ ຟານວັນຢາງ ລົງກວດກາຄວາມຄືບໜ້າການກໍ່ສ້າງອະນຸສາວະລີນັກຮົບສາກົນຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 12 ກໍລະກົດ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງກວດກາຄວາມຄືບໜ້າການກໍ່ສ້າງເຂດສັນຍາລັກຮັບຮູ້ການໜູນຊ່ວຍ, ຊ່ວຍເຫຼືອຂອງບັນດາປະເທດໃນສະໄໝສົງຄາມຢູ່ຫວຽດນາມ ຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.
    |
 |
ທ່ານພົນເອກ ຟານວັນຢາງ ກວດກາຄວາມຄືບໜ້າການກໍ່ສ້າງອະນຸສາວະລີນັກຮົບສາກົນ ຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: ເຊີນບິ່ງ. |
ໂຄງການໄດ້ກໍ່ສ້າງໃນເນື້ອທີ່ 3.600 ຕາແມັດ. ມາຮອດເວລານີ້, ໂຄງການໄດ້ເລີ່ມລົງມືກໍ່ສ້າງຕາມແຜນການອອກແບບ. ສໍາລັບເນື້ອໃນສິລະປະ, ບັນດານັກຊ່ຽວຊານໄດ້ສຳເລັດແບບຕົວຢ່າງຮູບປັ້ນ, ພວມຂໍຄໍາເຫັນຈາກບັນດາປະເທດ.
    |
 |
ທ່ານພົນເອກ ຟານວັນຢາງ ກວດກາ, ແລກປ່ຽນກັບນັກອອກແບບກ່ຽວກັບແບບຕົວຢ່າງຮູບປັ້ນ. ພາບ: ເຊີນບິ່ງ. |
ພາຍຫຼັງສຳຫຼວດ ແລະຮັບຟັງການນໍາກົມໂຄສະນາອົບຮົມ ແລະກົມພະລາທິການ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ລາຍງານເນື້ອໃນ, ຄວາມຄືບໜ້າຂອງໂຄງການ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ: ນີ້ແມ່ນໂຄງການທີ່ມີຄວາມໝາຍອັນເລິກເຊິ່ງ ເພື່ອຮັບຮູ້ການໜູນຊ່ວຍ ແລະຊ່ວຍເຫຼືອຂອງບັນດາປະເທດໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາປະເທດຊາດ; ພ້ອມທັງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຜັນຂະຫຍາຍປະຕິບັດຕາມຄຳສັ່ງກໍ່ສ້າງໂຄງການຮີບດ່ວນຂອງລັດຖະມົນຕີກະຊວງປ້ອງກັນປະເທດ.
ກົມພະລາທິການ ເປັນອົງການປະຈໍາ, ເປັນເສນາທິການ, ສະເໜີ ແລະຈັດຕັ້ງປະຕິບັດການກໍ່ສ້າງຮັບປະກັນຄວາມຄືບໜ້າ ແລະຄຸນນະພາບຂອງໂຄງການ. ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ເປັນເຈົ້າການໃນການເປັນເສນາທິການ, ສະເໜີການຈັດຕັ້ງປະຕິບັດດ້ານສິລະປະ. ສືບຕໍ່ເປັນປະທານ, ສົມທົບກັບຊ່ຽວຊານ, ນັກແກະສະຫຼັກ ເພື່ອເຮັດສໍາເລັດແບບຕົວຢ່າງຮູບປັ້ນ ໃຫ້ມີຄວາມກົມກຽວທາງດ້ານການເມືອງ, ການຕ່າງປະເທດ, ວິຈິດສິນ... ຜູ້ຮັບເໝົາກໍ່ສ້າງ - ແມ່ທັບນ້ອຍ 11 ຮັບປະກັນວັດສະດຸ, ເພີ່ມທະວີກໍາລັງ, ວັດຖຸອຸປະກອນ ເພື່ອຍູ້ໄວການກໍ່ສ້າງ, ຮັບປະກັນຄຸນນະພາບ ແລະຄວາມຄືບໜ້າຂອງໂຄງການ...
ໂດຍ: ໄຊຊະນະ