ອາເມລິກາ ຈັດວາງອັດຕາພາສີ 30% ສຳລັບສິນຄ້າຂອງ EU ແລະ ເມັກຊີໂກ
ນັບແຕ່ວັນທີ 1 ສິງຫາ, ອາເມລິກາ ຈະຈັດວາງອັດຕາພາສີ 30% ສຳລັບສິນຄ້າຂອງສະຫະພາບເອີຣົບ (EU) ແລະເມັກຊີໂກ ທີ່ນຳເຂົ້າປະເທດນີ້. ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດອັດຕາພາສີໃໝ່ ນີ້ ໃນຈົດໝາຍທີ່ຝາກເຖິງຜູ້ຕາງໜ້າ EU ແລະອຳນາດການປົກຄອງ ເມັກຊີໂກ ໃນວັນທີ 12 ກໍລະກົດ ກໍ່ຄື ໄດ້ເອົາລົງໃນສື່ສັງຄົມອອນລາຍ Truth Social.