ວັນທີ 21 ເມສາ 2025, ທີ່ຮ່າໂນ້ຍ ໄດ້ດຳເນີນການເຄື່ອນໄຫວພິເສດເມື່ອກົມນະໂຍບາຍ-ສັງຄົມ/ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ - ຫ້ອງການຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຊອກຫາ, ທ້ອນໂຮມ ແລະກຳນົດຊື່ ແລະນາມສະກຸນອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ (ຫ້ອງການຄະນະຊີ້ນຳແຫ່ງຊາດ 515) ໄດ້ສົມທົບກັບສະຖານທູດອາເມລິກາ ປະຈຳຫວຽດນາມ, ສູນ Ash ຂຶ້ນກັບມະຫາວິທະຍາໄລ Harvard (ອາເມລິກາ), ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ແລະອົງການທີ່ກ່ຽວຂ້ອງ ໄດ້ຈັດພິທີມອບ-ຮັບເຄື່ອງທີ່ລະນຶກໃນປາງສົງຄາມຈຳນວນໜຶ່ງ, ເຊິ່ງລວມມີປຶ້ມບັນທຶກ, ປຶ້ມບັນທຶກປະຈຳວັນ, ຈົດໝາຍສ່ວນຕົວ… ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະນັກຮົບເກົ່າຫວຽດນາມ. ຮອດວັນທີ 10 ກໍລະກົດ 2025, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີເປີດການນໍາໃຊ້ຫ້ອງທົດລອງ ADN ທີ່ກ້າວໜ້າ ເຊິ່ງຕັ້ງຢູ່ສູນສັນລະສູດ ADN ຂອງສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ (VAST) ດ້ວຍການອຸປະຖໍາຂອງລັດຖະບານອາເມລິກາ. ການສ້າງຫ້ອງທົດລອງ ADN ນີ້ ແມ່ນເປັນບາດກ້າວບຸກທະລຸໃນການກໍານົດຊື່ ແລະນາມສະກຸນຂອງທະຫານຫວຽດນາມ ທີ່ຫາຍສາບສູນໃນປາງສົງຄາມ, ຊ່ວຍໃຫ້ນັກວິທະຍາສາດຫວຽດນາມ ແກ້ໄຂບັນດາສິ່ງທ້າທາຍທີ່ສັບສົນໃນການສັນລະສູດຕົວຢ່າງກະດູດທີ່ຖືກລະລາຍ, ນຳເອົາຄວາມຫວັງມາໃຫ້ບັນດາຄອບຄົວທີ່ລໍຄອຍມາຫຼາຍສິບປີ.
ສອງເຫດການທີ່ກ່າວມາຂ້າງເທິງນີ້ໄດ້ດຳເນີນໃນຮອບເວລາບໍ່ຮອດ 3 ເດືອນ, ເປັນພະຍານຫຼັກຖານໃຫ້ແກ່ການຮ່ວມມືຢ່າງມີປະສິດທິຜົນ, ນັບມື້ນັບໄດ້ຮັບການເອົາໃຈໃສ່ເປີດກວ້າງລະຫວ່າງຫວຽດນາມ ແລະອາເມລິກາ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
    |
 |
|
ພິທີມອບ-ຮັບອຸປະກອນຫ້ອງທົດລອງຢູ່ສູນສັນລະສູດ ADN ຂອງສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ (VAST) ໂດຍ ລັດຖະບານ ອາເມລິກາ ອຸປະຖໍາ. ພາບ:ຫງອັກເຈົາ. |
ໃນສະພາບການຕົວຈິງ, ການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ໄດ້ເລີ່ມຕົ້ນມາຫຼາຍທົດສະວັດແລ້ວ, ກ່ອນທີ່ສອງປະເທດ ສ້າງຕັ້ງການພົວພັນທາງການທູດ. ພາຍຫຼັງອົງການຫວຽດນາມ ຊອກຫາຜູ້ຫາຍສາບສູນ (ອົງການ MIA ຫວຽດນາມ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 9 ກຸມພາ 1973, ນັບແຕ່ນັ້ນມາຈົນຮອດປີ 1988, ຫວຽດນາມ ໄດ້ຊອກຫາຜູ້ຫາຍສາບສູນພຽງແຕ່ຝ່າຍດຽວ ແລະໄດ້ມອບອັດຖິຂອງທະຫານອາເມລິກາ ຈໍານວນ 302 ອັດຖິ ໃຫ້ຝ່າຍອາເມລິກາ. ແລະນັບແຕ່ປີ 1988, ສອງປະເທດ ໄດ້ເລີ່ມຈັດຕັ້ງການເຄື່ອນໄຫວຊອກຫາຮ່ວມກັນ. ຄວາມເຈດຕະນາດີ ແລະການຮ່ວມມືຢ່າງຕັ້ງໜ້າ, ມີປະສິດທິຜົນຂອງຫວຽດນາມ ທາງລັດຖະບານ, ສະພາແຫ່ງຊາດ, ກະຊວງປ້ອງກັນປະເທດອາເມລິກາ, ສະຫະພັນບັນດາຄອບຄົວ MIA ອາເມລິກາ ແລະອົງການນັກຮົບເກົ່າອາເມລິກາ ໄດ້ຕີລາຄາສູງ, ພ້ອມທັງປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃນການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ, ຄື: ການເກັບກູ້ລະເບີດບໍ່ທັນແຕກ, ການລ້າງສານພິດດີໂອຊິນ, ການຊ່ວຍເຫຼືອຄົນພິການທີ່ຖືກຜົນສະທ້ອນຈາກທາດພິດສີສົ້ມ, ຊອກຫາຂໍ້ມູນທະຫານຫວຽດນາມ ເສຍສະຫຼະຊີວິດ, ບໍ່ມີຂ່າວຄາວ, ຫາຍສາບສູນໃນປາງສົງຄາມ, ແລະໄດ້ສົ່ງຄືນວັດຖຸສົງຄາມລະຫວ່າງສອງປະເທດ ...
ຈາກການພົບປະທຳອິດລະຫວ່າງສອງປະເທດກ່ຽວກັບບັນຫາ MIA ໃນຕົ້ນຊຸມປີ 1980 ມາຮອດປັດຈຸບັນ, ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດ, ແລ້ວຍົກລະດັບການພົວພັນເປັນຄູ່ຮ່ວມມືຮອບດ້ານ ແລະຫວ່າງມໍ່ໆມານີ້ແມ່ນຍົກເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ໄດ້ປະກອບສ່ວນສ້າງພື້ນຖານໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ, ເພື່ອໃຫ້ສອງປະເທດຄ່ອຍໆເປີດກວ້າງການຮ່ວມມືໄປສູ່ຂົງເຂດອື່ນ, ຄື: ການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ… ການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດໃນຂົງເຂດນີ້ບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈມະນຸດສະທຳອັນເລິກເຊິ່ງ, ປະກອບສ່ວນບັນເທົາຄວາມເຈັບປວດຈາກສົງຄາມ ເທົ່ານັ້ນ ຫາກຍັງຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ນໍາການພົວພັນ ຫວຽດນາມ - ອາເມລິກາ ກາຍເປັນແບບຢ່າງໃນການພົວພັນສາກົນ.
ການເຄື່ອນໄຫວ MIA ເວົ້າສະເພາະ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ໃນໄລຍະຈະມາເຖິງແມ່ນຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ, ພິເສດແມ່ນສິ່ງທ້າທາຍທາງດ້ານການເວລາ. ເນື່ອງຈາກວ່າ ສົງຄາມ ໄດ້ສິ້ນສຸດລົງເປັນເວລາດົນ, ພະຍານຈໍານວນຫຼາຍ ໄດ້ເສຍຊີວິດ, ຂໍ້ມູນກໍ່ຄ່ອຍໆຫຼຸດລົງ, ຊໍ້າບໍ່ໜໍາແມ່ນບໍ່ມີເລີຍ. ຄຽງຂ້າງນັ້ນ, ສະຖານດຳເນີນສົງຄາມ ຍັງມີຄວາມສ່ຽງທີ່ຈະສູນເສຍຍ້ອນດິນຟ້າອາກາດ, ໄພທຳມະຊາດ. ແຕ່ຜ່ານການພົບປະຂັ້ນສູງໃນໄລຍະມໍ່ໆມານີ້, ການນຳສອງປະເທດ, ສອງກະຊວງປ້ອງກັນປະເທດ ລ້ວນແຕ່ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີລັກສະນະມະນຸດສະທຳອັນເລິກເຊິ່ງນີ້.
ຕີລາຄາກ່ຽວກັບການພັດທະນາການພົວພັນທາງການທູດ ຫວຽດນາມ - ອາເມລິກາ ໃນໄລຍະ 30 ປີຜ່ານມາ, ວັນທີ 11 ກໍລະກົດ, ຢູ່ໜ້າເຟສບຸກຂອງສະຖານທູດອາເມລິກາ ປະຈຳຫວຽດນາມ, ທ່ານ Marc E.Knapper ເອກອັກຄະລັດຖະທູດ ເນັ້ນໜັກວ່າ: “ພຽງແຕ່ໃນ 3 ທົດສະວັດ, ສອງປະເທດພວກເຮົາ ໄດ້ຫັນຕົນເອງຈາກການຮໍາບາດແຜສົງຄາມ ແລະກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຮ່ວມມືນໍາກັນໃນຫຼາຍຂົງເຂດ, ຄື: ການຄ້າ, ການສຶກສາ, ສາທາລະນະສຸກ, ພະລັງງານ ແລະຄວາມໝັ້ນຄົງ.
ໃນໂອກາດນີ້, ທ່ານ E.Knapper ກໍ່ເຕື້ອງເຖິງຄວາມຫວັງກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ ແລະວັດທະນາຖາວອນ ໃຫ້ແກ່ທັງ ຫວຽດນາມ ແລະອາເມລິກາ ໃນ 30 ປີຕໍ່ໜ້າ. ໃນການເດີນທາງໄປສູ່ເປົ້າໝາຍດັ່ງກ່າວ, ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແນ່ນອນວ່າຈະສືບຕໍ່ສວມບົດບາດສຳຄັນທີ່ສຸດ.
ໂດຍ: ໄຊຊະນະ