ນີ້ແມ່ນມໍລະດົກວັດທະນະທຳໂລກແຫ່ງທີ 9 ຂອງຫວຽດນາມ ໂດຍອົງການ UNESCO ຮັບຮອງເອົາ ແລະເປັນມໍລະດົກວັດທະນະທຳໂລກລະຫວ່າງແຂວງແຫ່ງທີສອງຂອງຫວຽດນາມ ພ້ອມກັບມໍລະດົກວັດທະນະທຳໂລກ  ອ່າວ ຮະລອງ - ໝູ່ເກາະ ກາດບ່າ (ແຂວງກວ໋າງນິງ ແລະນະຄອນຫາຍຟ່ອງ).

leftcenterrightdel
ວັດທອງ ໃນຈອມພູ ອຽນຕື້. ພາບ: ສໍາເນົາມໍລະດົກ.

ກຸ່ມປູຊະນີຍະສະຖານ ແລະທັດສະນີຍະພາບ ອຽນຕື້-ວິ້ງງຽມ, ໂກນເຊີນ, ກຽບບາກ, ໂດຍມີພຸດທະສາສະໜາ ຈຸກເລີມ ເປັນຫຼັກ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ 13 ໂດຍບັນດາກະສັດລາຊະວົງ ເຈິ່ນ, ພິເສດແມ່ນບົດບາດຂອງພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ. ເລື່ອງກຸ່ມປູຊະນີຍະສະຖານ ແລະທັດສະນີຍະພາບ ໄດ້ຮັບການຮັບຮອງຈາກອົງການ UNESCO ເປັນມໍລະດົກວັດທະນະທຳໂລກ ແມ່ນຫຼັກຖານສະແດງໃຫ້ເຫັນການປະສົມປະສານທີ່ເປັນເອກະລັກສະເພາະລະຫວ່າງລັດ, ສາສະໜາ ແລະປະຊາຊົນ ໃນການກໍາເນີດສີສັນທີ່ເປັນເອກະລັກສະເພາະຂອງຊາດຫວຽດນາມ; ພ້ອມກັບທັດສະນີຍະພາບອັນສັກສິດທີ່ໄດ້ສ້າງຂຶ້ນໂດຍຜ່ານການພົວພັນເປັນປະຈໍາ, ໃກ້ຊິດສະໜິດໜົມກັບທໍາມະຊາດ ແລະລະບົບຈັນຍາບັນ ໂດຍອີງໃສ່ຄວາມຮັກຫອມສັນຕິພາບ, ການຝຶກຝົນຫຼໍ່ຫຼອມຕົນເອງ, ຄວາມໂອບເອື້ອອາລີ, ຄວາມເມດຕາກະລຸນາ ແລະຄວາມເຂົ້າກັນລະຫວ່າງມະນຸດ ແລະທໍາມະຊາດ.

leftcenterrightdel
ບັນດາຜູ້ແທນຫວຽດນາມ ທີ່ກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການມໍລະດົກໂລກ. ພາບ: ກົມມໍລະດົກວັດທະນະທໍາ.

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຖືວ່າ: ກຸ່ມປູຊະນີຍະສະຖານ ແລະທັດສະນີຍະພາບ ອຽນຕື້-ວິ້ງງຽມ, ໂກນເຊີນ, ກຽບບາກ ໂດຍອົງການ UNESCO ຮັບຮອງເປັນມໍລະດົກວັດທະນະທໍາໂລກ ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງອຳນາດການປົກຄອງ ແລະປະຊາຊົນ 3 ທ້ອງຖິ່ນ ກວ໋າງນິງ, ຫາຍຟ່ອງ ແລະບັກນິງ ເທົ່ານັ້ນ, ຫາກຍັງແມ່ນຄວາມມ່ວນຊື່ຮ່ວມຂອງຫວຽດນາມ ອີກດ້ວຍ.

ການຮັບຮອງນີ້ຢັ້ງຢືນການຕີລາຄາສູງຂອງສາກົນຕໍ່ກັບຄຸນຄ່າຂອງກຸ່ມປູຊະນີຍະສະຖານ ແລະບັນດາແນວຄິດມະນຸດສະທຳ, ຄວາມສະໜິດສະໜົມອັນດີງາມຂອງພຸດທະສາສະໜາ ຈຸກເລິມ ໂດຍພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ ເປັນຜູ້ກໍ່ຕັ້ງ, ກໍ່ຄືຄວາມມານະພະຍາຍາມຂອງຫວຽດນາມ ໃນການປົກປັກຮັກສາມໍລະດົກ. ການຮັບຮອງນີ້ຈາກ UNESCO ປະກອບສ່ວນຍົກສູງທີ່ຕັ້ງຂອງປະເທດໃນເວທີສາກົນ, ພ້ອມທັງສ້າງເງື່ອນໄຂສະດວກໃຫ້ແກ່ການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກຢ່າງໝັ້ນຄົງ.

ໂດຍ: ໄຊຊະນະ