ຕາແສງຊາຍແດນ ໂຍນມາຍ, ແຂວງເງະອານ ມີເນື້ອທີ່ທຳມະຊາດອັນກວ້າງໃຫຍ່, ພື້ນຖານໂຄງລ່າງ, ການຄົມມະນາຄົມ, ໂຄງການຮັບໃຊ້ໃຫ້ແກ່ການດຳລົງຊີວິດຍັງຈຳກັດຢູ່. ການຕັ້ງຖິ່ນຖານໃນບໍລິເວນສ່ວນຫຼາຍແມ່ນຊົນເຜົ່າສ່ວນໜ້ອຍ, ລະດັບຄວາມຮັບຮູ້ບໍ່ສະໝໍ່າສະເໝີ, ຊີວິດການເປັນຢູ່ຍັງປະສົບຄວາມຫຍຸ້ງຍາກ.
    |
 |
|
ທະຫານຊາຍແດນ ແລະປະຊາຊົນ ຂົນສົ່ງວັດສະດຸກໍ່ສ້າງເຮືອນມະຫາສາມັກຄີ. ພາບ: qdnd.vn |
ໃນຊຸມປີມໍ່ໆມານີ້, ຍ້ອນມີແຜນນະໂຍບາຍ, ນະໂຍບາຍລົງທຶນຂອງພັກ, ລັດ, ອຳນາດການປົກຄອງທຸກຂັ້ນ, ໂສມໜ້າຂອງທ້ອງຖິ່ນຢູ່ເຂດຊາຍແດນຈຶ່ງໄດ້ມີການປ່ຽນແປງຫຼາຍຢ່າງ. ໄປພ້ອມກັບອຳນາດການປົກຄອງທ້ອງຖິ່ນ, ບັນດາກໍາລັງ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ໂຍນມາຍ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການຊ່ວຍເຫຼືອປະຊາຊົນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.
5 ປີຜ່ານມາ, ຄ້າຍທະຫານຊາຍແດນ ໂຍນມາຍ ໄດ້ຂົນຂວາຍ, ສົມທົບກັບຜູ້ໃຈບຸນ ໜູນຊ່ວຍງົບປະມານ ກວ່າ 7,5 ຕື້ດົ່ງ ເພື່ອກໍ່ສ້າງໂຄງການຮັບໃຊ້ໃຫ້ແກ່ການດຳລົງຊີວິດ, ໜູນຊ່ວຍການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ. ໄປພ້ອມກັບການລະດົມທຶນຈາກສັງຄົມ, ພະນັກງານ, ນັກຮົບກົມກອງ ໄດ້ປະກອບແຮງງານ 10.000 ກວ່າວັນ ເພື່ອສ້າງເຮືອນໃຫ້ແກ່ຜູ້ທຸກຍາກ, ສ້າງຂົວ ແລະລະບົບລະບາຍນໍ້າ, ກໍ່ສ້າງທາງຄົມມະນາຄົມ...
    |
 |
|
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ໂຍນມາຍ ປະກອບແຮງງານ ເພື່ອກໍ່ສ້າງໂຄງການຮັບໃຊ້ໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ. ພາບ: qdnd.vn |
ພັນໂທ ຫງວຽນວັນເຖືອງ, ພະນັກງານການເມືອງ ຄ້າຍທະຫານຊາຍແດນ ໂຍນມາຍ ໃຫ້ຮູ້ວ່າ: “ໃນວິວັດການຜັນຂະຫຍາຍໜ້າທີ່, ຄະນະບັນຊາກົມກອງ ຍາມໃດກໍ່ໄດ້ຊາບຊຶມໃຫ້ພະນັກງານ, ນັກຮົບໂດຍກໍານົດຢ່າງຈະແຈ້ງວ່າ ຍາມໃດກໍ່ຕ້ອງມານະພະຍາຍາມຮ່ວມແຮງຮ່ວມໃຈພ້ອມກັບອຳນາດການປົກຄອງທ້ອງຖິ່ນ, ບັນດາກໍາລັງ ຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນ, ໂດຍອີງໃສ່ກໍາລັງແຮງຂອງປະຊາຊົນເພື່ອປົກປັກຮັກສາຊາຍແດນ. ພວກຂ້າພະເຈົ້າ ໄດ້ມີຫຼາຍມາດຕະການລະດົມແຫຼ່ງກໍາລັງເພື່ອຜັນຂະຫຍາຍກໍ່ສ້າງບັນດາໂຄງການຮັບໃຊ້ໃຫ້ແກ່ການດຳລົງຊີວິດ, ຮູບແບບຫາເງິນລ້ຽງຊີບມອບໃຫ້ປະຊາຊົນທ້ອງຖິ່ນ”.
ມາຮອດປັດຈຸບັນ, ກົມກອງທະຫານຊາຍແດນ ໄດ້ຮ່ວມກັບອົງການຈັດຕັ້ງ, ບຸກຄົນ ແລະອຳນາດການປົກຄອງທ້ອງຖິ່ນກໍ່ສ້າງເຮືອນມະຫາສາມັກຄີ 25 ຫຼັງ; ຂົວຂ້າມຫ້ວຍ 3 ແຫ່ງ; ຫ້ອງຮຽນຖາວອນ 6 ຫ້ອງ ໃຫ້ໂຮງຮຽນທີ່ຢູ່ຫ່າງໄກສອກຫຼີກ; ໂຄງການນ້ໍາສະອາດ. ກົມກອງ ໄດ້ຮັບເບິ່ງແຍງດູແລນັກຮຽນ 13 ຄົນທີ່ປະສົບກັບຄວາມຫຍຸ້ງຍາກໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກຮັກຄ້າຍທະຫານຊາຍແດນ”; ໂຄງການ “ພະນັກງານ, ນັກຮົບກອງທັບ ຊ່ວຍນ້ອງໄປໂຮງຮຽນ”.
    |
 |
|
ປະຊາຊົນທ້ອງຖິ່ນດີໃຈທີ່ໄດ້ນຳໃຊ້ນໍ້າສະອາດ ໂດຍທະຫານຊາຍແດນ ແລະຜູ້ໃຈບຸນ ມອບໃຫ້. ພາບ: qdnd.vn |
ຄ້າຍທະຫານຊາຍແດນ ໂຍນມາຍ ໄດ້ໜູນຊ່ວຍງົບປະມານເບື້ອງຕົ້ນ, ສົ່ງພະນັກງານລົງໄປຊ່ວຍ 4 ຄອບຄົວໃນບໍລິເວນ ສ້າງຮູບແບບການຫາເງິນລ້ຽງຊີບແບບຖາວອນ, ສາມາດສ້າງລາຍຮັບໄດ້ 50 ກວ່າລ້ານດົ່ງໃນແຕ່ລະປີ, ບັນດາຄອບຄົວ ໄດ້ສະໝັກໃຈຂໍອອກຈາກບັນຊີຄອບຄົວທຸກຍາກຂອງທ້ອງຖິ່ນ.
ພ້ອມກັນນັ້ນ, ກົມກອງທະຫານຊາຍແດນ ຍາມໃດກໍ່ສຸມໃສ່ພ້ອມກັບຄະນະພັກ, ອຳນາດການປົກຄອງ ປັບປຸງ, ກໍ່ສ້າງລະບົບການເມືອງຢູ່ຮາກຖານ. ມີສະມາຊິກພັກ 6 ຄົນຂອງຄ້າຍທະຫານຊາຍແດນ ໂຍນມາຍ ໄດ້ດໍາເນີນ ຊີວິດພັກຊົ່ວຄາວ ຢູ່ບັນດາໜ່ວຍພັກບ້ານຈຸດສຸມ.
ສະມາຊິກພັກທະຫານຊາຍແດນ ໄດ້ເສີມຂະຫຍາຍຄວາມຮັບຜິດຊອບ, ບຳລຸງສ້າງມະຫາຊົນທີ່ດີເດັ່ນ, ເປັນເສນາທິການໃຫ້ອົງການຈັດຕັ້ງພັກຢູ່ທ້ອງຖິ່ນ ຮັບສະມາຊິກພັກໃໝ່ 52 ຄົນ. ບັນດາສະມາຊິກພັກທະຫານຊາຍແດນ “ຢູ່ບ້ານ” ກໍ່ແມ່ນກໍາລັງຫຼັກແຫຼ່ງໃນການເຂົ້າຮ່ວມປັບປຸງ 21 ອົງການຈັດຕັ້ງມະຫາຊົນ, ສ້າງຕັ້ງ 21 ໜ່ວຍຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍດ້ວຍຕົນເອງຢູ່ບ້ານ, 5 ໜ່ວຍຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນດ້ວຍຕົນເອງ.
    |
 |
|
ກົມກອງທະຫານຊາຍແດນ ຮ່ວມກັບຜູ້ໃຈບຸນ ເປີດການນໍາໃຊ້ຂົວທີ່ມອບໃຫ້ປະຊາຊົນທ້ອງຖິ່ນ. ພາບ: qdnd.vn |
ສະຫາຍ ມາກວັນງວຽນ, ເລຂາພັກຕາແສງ ໂຍນມາຍ ໃຫ້ຮູ້ວ່າ: “ພະນັກງານ, ນັກຮົບທະຫານຊາຍແດນ ໄດ້ຮັກສາບົດບາດສຳຄັນໃນການປົກປັກຮັກສາຊາຍແດນ, ກໍາແໜ້ນສະພາບການໃນບໍລິເວນ. ພວກສະຫາຍ ຍາມໃດກໍ່ໃກ້ຊິດຕິດແທດກັບຊີວິດການເປັນຢູ່ຂອງປະຊາຊົນ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ, ກາຍເປັນ “ບ່ອນອີງ” ອັນສຳຄັນຂອງອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ. ບົນພື້ນຖານນັ້ນ, ລະດົມໄດ້ເຈດຈໍານົງ, ກໍາລັງແຮງ ເພື່ອປະຕິບັດໜ້າທີ່ປົກປ້ອງຄວາມສະຫງົບສຸກຢູ່ເຂດຊາຍແດນ, ບໍລິເວນຊຸມຊົນ”.
ດ້ວຍຄວາມຮັບຜິດຊອບ, ການຜັນຂະຫຍາຍຊ່ວຍເຫຼືອປະຊາຊົນ ດ້ວຍບັນດາໂຄງການທີ່ແທດຈິງ, ລະອຽດນັ້ນ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ໂຍນມາຍ ພວມເສີມສ້າງ ແລະແຜ່ຂະຫຍາຍພາບພົດທະຫານລຸງໂຮ່ ຢູ່ບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກ.
ໂດຍ: ໄຊຊະນະ