ວັນທີ 24 ມິຖຸນາ, ລັດຖະສະພາ ເອີຣົບ ແລະບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ບັນລຸໄດ້ຂໍ້ຕົກລົງຕໍ່ກຳນົດເວລາຂໍ້ກຳນົດຮຽກຮ້ອງບັນດາປະເທດສະມາຊິກຮັກສາສາງສະສົມອາຍແກັດໃຫ້ຢູ່ໃນລະດັບ 90% ກ່ອນຈະຮອດລະດູໜາວ. ມາດຕະການນີ້ໄດ້ຍົກອອກມາ ເພື່ອແນໃສ່ສະກັດກັ້ນຄວາມສ່ຽງຂາດແຄນແຫຼ່ງພະລັງງານພາຍຫຼັງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນ.

leftcenterrightdel
ເຂດສະສົມອາຍແກັດທຳມະຊາດ ຢູ່ Zsana, ຮຸງກາຣີ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມແຈ້ງການຂອງສະພາ ອີຢູ - ເຊິ່ງເປັນອົງການຕາງໜ້າໃຫ້ແກ່ລັດຖະບານ 27 ປະເທດສະມາຊິກແລ້ວ,  ຂໍ້ຕົກລົງໃນເບື້ອງຕົ້ນ ຈະແກ່ຍາວຜົນສັກສິດຂອງຂໍ້ກຳນົດເຫຼົ່ານັ້ນຮອດທ້າຍປີ 2027.

ຕາມຄະນະກຳມະການເອີຣົບ, ບັນດາສາງສະສົມອາຍແກັດໃນປັດຈຸບັນ ພຽງແຕ່ຕອບສະໜອງໄດ້ປະມານ 30% ລະດັບການຈຳໜ່າຍອາຍແກັດຂອງກຸ່ມໃນລະດູໜາວເທົ່ານັ້ນ.

ແຫຼ່ງຄັດຈາກ: vovworld.vn