ລັດເຊຍ ປະຕິເສດຄວາມສາມາດແລກປ່ຽນການຢ້ຽມຢາມຂັ້ນປະທານາທິບໍດີກັບ ອາເມລິກາ
ທ່ານ Yuri Ushakov ເວົ້າວ່າ: “ປະຈຸບັນ, ຍັງບໍ່ທັນມີຫຍັງແນ່ນອນເທື່ອ. ແຕ່ມາຮອດປະຈຸບັນ, ຍັງບໍ່ທັນມີຜູ້ໃດປຶກສາຫາລືເຖິງເລື່ອງນັ້ນເທື່ອ”.
ວັນທີ 22 ມິຖຸນາ, ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ທ່ານ Yuri Ushakov ໄດ້ຖະແຫຼງວ່າ ຍັງບໍ່ທັນມີແຜນການໃຫ້ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄປຢ້ຽມຢາມອາເມລິກາ, ກໍຄືບໍ່ມີແຜນການ ເພື່ອໃຫ້ຄູ່ຕຳແໜ່ງອາເມລິກາ Donald Trump ມາຢາມ ມົດສະກູ. ເມື່ອຕອບຄຳຖາມຂອງສື່ມວນຊົນກ່ຽວກັບຄວາມອາດສາມາດຈັດການພົບປະລະຫວ່າງການນຳ 2 ທ່ານຢູ່ປະເທດທີ 3, ທ່ານ Yuri Ushakov ເວົ້າວ່າ: “ປະຈຸບັນ, ຍັງບໍ່ທັນມີຫຍັງແນ່ນອນເທື່ອ. ແຕ່ມາຮອດປະຈຸບັນ, ຍັງບໍ່ທັນມີຜູ້ໃດປຶກສາຫາລືເຖິງເລື່ອງນັ້ນເທື່ອ”.
ນັບແຕ່ຕົ້ນປີມາຮອດປະຈຸບັນ ແລະພາຍຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງຂອງທ່ານ Donald Trump, ການນຳລັດເຊຍ ແລະ ອາເມລິກາ ໄດ້ໂອ້ລົມທາງໂທລະສັບເປັນ 5 ຄັ້ງ. ໃນການແລກປ່ຽນທຳອິດ, 2 ຝ່າຍໄດ້ຮັກສາການຕິດຕໍ່ສ່ວນຕົວ, ລວມມີເລື່ອງຈັດບັນດາການພົບປະແບບເຊິງໜ້າ.
ແຫຼ່ງຄັດຈາກ: vovworld.vn