ຕອນຄ່ຳວັນທີ 23 ມິຖຸນາ, ອີຣານ ໄດ້ເລີ່ມຕົ້ນບັນດາການບຸກໂຈມຕີດ້ວຍລູກສອນໄຟນຳວິຖີ ດ້ວຍຈຳນວນທີ່ຈຳກັດ, ບຸກໂຈມຕີຖານທີ່ໝັ້ນກອງທັບອາກາດອາເມລິກາ ຢູ່ກາຕາ. ລະອຽດແມ່ນ, ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ໄດ້ປະກາດກຳລັງພິທັກປະຕິວັດອິດສະລາມ ປະເທດນີ້ (IRGC) ໄດ້ຍິງລູກສອນໄຟນຳວິຖີຫຼາຍລູກເລັ່ງໃສ່ຖານທີ່ໝັ້ນກອງທັບອາກາດຂອງ ອາເມລິກາ Al Udeid ຢູ່ກາຕາ. ການບຸກໂຈມຕີແນໃສ່ໂຕ້ຕອບບັນດາການບຸກໂຈມຕີທາງອາກາດຂອງອາເມລິກາ ເລັ່ງໃສ່ສາມຮາກຖານ ນິວເຄຼຍ Fordow, Natanz ແລະ Isfahan ຂອງອີຣານໃນວັນທີ 21 ມິຖຸນາ. ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ໄດ້ຢັ້ງຢືນການບຸກໂຈມຕີໂຕ້ຕອບຂອງປະເທດນີ້ ໂດຍບໍ່ແນໃສ່ນາບຂູ່ຕໍ່ກາຕາ. ກະຊວງປ້ອງກັນປະເທດກາຕາ ໄດ້ປະກາດລະບົບປ້ອງກັນອາກາດຂອງປະເທດນີ້ໄດ້ສະກັດກັ້ນລູກສອນໄຟທັງໝົດຂອງອີຣານ ຢ່າງສຳເລັດຜົນ ແລະການບຸກໂຈມຕີບໍ່ເຮັດໃຫ້ມີຜູ້ເສຍຊີວິດ, ບາດເຈັບ ຫຼື ກໍ່ຜົນເສຍຫາຍຮ້າຍແຮງໃດໆ. ທ່ານໂຄສົກກະຊວງການຕ່າງປະເທດກາຕາ ໃຫ້ຮູ້ວ່າ ພະນັກງານທັງໝົດພາຍໃນຖານທີ່ໝັ້ນ Al Udeid ໄດ້ຍົກຍ້າຍໄປຍັງບ່ອນປອດໄພກ່ອນການບຸກໂຈມຕີຂອງອີຣານ. ສື່ມວນຊົນອາເມລິກາ ກໍ່ໃຫ້ຮູ້ວ່າ ອີຣານ ໄດ້ແຈ້ງໃຫ້ກາຕາ ຮັບຊາບກ່ອນກ່ຽວກັບການບຸກໂຈມຕີ ເພື່ອແນໃສ່ຈຳກັດຜູ້ຖືກຮັບບາດເຈັບ ແລະເສຍຊີວິດ.
ແຫຼ່ງຄັດຈາກ: vovworld.vn
Type the code from the image