ວັນທີ 20 ມິຖຸນາ, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການປະລະມານູສາກົນ (IAEA) ໄດ້ກ່າວເຕືອນໃນການປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ວ່າ ການບຸກໂຈມຕີຂອງ ອິດສະຣາແອັນ ເລັ່ງໃສ່ຮາກຖານນິວເຄຼຍຂອງ ອີຣານ ອາດຈະເຮັດໃຫ້ແຜ່ກະຈາຍທາດກຳມັນຕະພາບລັງສີກໍ່ໃຫ້ເກີດວິນາດຕະກຳນິວເຄຼຍທີ່ອັນຕະລາຍໃນທົ່ວພາກພື້ນ. ຄຳກ່າວເຕືອນນີ້ໄດ້ຍົກອອກມາໃນສະພາບການທີ່ອິດສະຣາແອັນ ແລະອີຣານ ກ້າວເຂົ້າສູ່ວັນປະທະກັນຢ່າງດຸເດືອດທີ 8 ຢ່າງລຽນຕິດ. ທ່ານ Grossi ເນັ້ນໜັກວ່າ ໃນກໍລະນີອິດສະຣາແອັນ ບຸກໂຈມຕີໂຮງຈັກໄຟຟ້ານິວເຄຼຍ Bushehr ຂອງ ອີຣານ, ທາດກຳມັນຕະພາບລັງສີນິວເຄຼຍມີໄພແຜ່ຈະຈາຍແມ່ນສູງທີ່ສຸດ.

ໃນຊຸມວັນທີ່ຜ່ານມາ,  ອີຣານ ໄດ້ດຳເນີນ 2 ບັ້ນບຸກໂຈມຕີລູກສອນໄຟນຳວິຖີພ້ອມກັບຫຼາຍບັ້ນບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບເລັ່ງໃສ່ອິດສະຣາແອັນ ຊຶ່ງໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃຫ້້ແກ່ບັນດາຮາກຖານຍຸດທະສາດຢູ່ເຂດ Tel Aviv, Haifa ແລະ Beersheba.

ແຫຼ່ງຄັດຈາກ: vovworld.vn