leftcenterrightdel
ທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ມອບດອກໄມ້ໃຫ້ການນຳບັນດາອົງການສື່ມວນຊົນ. ພາບ: vov.vn

ເມື່ອກ່າວຄຳເຫັນໃນງານພົບປະ, ທ່ານປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໂດວັນຈຽນ ສະເໜີໃຫ້ຕ້ອງສົ່ງເສີມການເຂົ້າຮ່ວມຂອງສື່ມວນຊົນໃນວຽກງານຕິດຕາມກວດກາ, ການໄຈ້ແຍກຕີລາຄາສັງຄົມ, ບັນດາຂົງເຂດທີ່ກ່ຽວຂ້ອງເຖິງສິດຜົນປະໂຫຍດອັນແທດຈິງຂອງປະຊາຊົນເຊັ່ນ: ສາທາລະນະສຸກ, ການສຶກສາ, ສະພາບແວດລ້ອມ, ການປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຟຸມເຟືອຍ, ປະກົດການຫຍໍ້ທໍ້; ປະຕິຮູບການບໍລິຫານ, ການຊ່ວຍໜູນສັງຄົມ. ພ້ອມກັນນັ້ນ, ກໍຍູ້ແຮງການສື່ສານດ້ວຍຫຼາຍຮູບຫຼາຍແບບ, ຍົກສູງກຳລັງຄວາມສາມາດໃນການຫັນເປັນດີຈີຕອນໃຫ້ແກ່ອົງການສື່ມວນຊົນທ້ອງຖິ່ນ ແລະບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ສ້າງເງື່ອນໄຂເພື່ອໃຫ້ສຽງເວົ້າຂອງແນວໂຮມ ແລະປະຊາຊົນຫຍັບມໍ່ເຂົ້າໃກ້ກັບມະຫາຊົນຫຼາຍກວ່າເກົ່າ.

ທ່ານກ່າວວ່າ: “ບັນດາຜົນງານສື່ມວນຊົນໄດ້ສ່ອງແສງລົມຫາຍໃຈຂອງຊີວິດ, ຂອງປະຊາຊົນເຖິງບັນດາອົງການການນຳພັກ, ລັດ, ເຖິງມະຫາຊົນ. ຈາກນັ້ນ, ລະດົມກຳລັງໃຈ, ແຜ່ກະຈາຍນ້ຳໃຈມະຫາສາມັກຄີ ແລະຄວາມປະດິດຄິດສ້າງໃນການອອກແຮງງານທຳການຜະລິດ; ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບປະຕິບັດໜ້າທີ່ທີ່ໄດ້ວາງອອກໃນໄລຍະຜ່ານມາຢ່າງສຳເລັດຜົນ”.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ