ອິດສະຣາແອັນ ແລະ ອີຣານ ພ້ອມກັນປະກາດໄຊຊະນະ; ຄຳສັ່ງຢຸດຍິງໄດ້ຮັບການປະຕິບັດ
ຕອນຄ່ຳວັນທີ 24 ມິຖຸນາ, ຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ອີຣານ ສືບຕໍ່ໄດ້ຮັບການປະຕິບັດຢ່າງເຂັ້ມງວດ. ທັງສອງຝ່າຍລ້ວນແຕ່ບໍ່ກ່າວຫາລະເມີດຄຳສັ່ງຢຸດຍິງຂອງກັນ.
ໃນການປະກາດໃນຕອນຄ່ຳທີ 23 ມິຖຸນານີ້, ເຊິ່ງເປັນການປະກາດທຳອິດພາຍຫຼັງທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ອີຣານ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢັ້ງຢືນວ່າ ອິດສະຣາແອັນ ຍາດໄດ້ໄຊຊະນະຄັ້ງປະຫວັດສາດໃນການສູ້ຢັນກັນດ້ານການທະຫານກັບ ອີຣານ ຢ່າງດຸເດືອດ ໃນ 12 ວັນ ແລະ ຄືນ. ຜູ້ນຳລັດຖະບານ ອິດສະຣາແອັນ ສືບຕໍ່ຢ້ຳຄືນທັດສະນະບໍ່ອະນຸຍາດໃຫ້ ອີຣານ ມີອາວຸດນິວເຄຼຍ, ພ້ອມທັງກ່າວເຕືອນວ່າ ຈະມີການກະທຳຢ່າງແຮງແບບທີ່ເຄີຍເຮັດ ຖ້າຫາກວ່າ ເຕເຮຣານ ຊອກຫາວິທີຟື້ນຟູໂຄງການນິວເຄຼຍ.
ກໍໃນຕອນຄ່ຳຂອງວັນດຽວກັນ, ວົງການເຈົ້າໜ້າທີ່ ອິດສະຣາແອັນ ໄດ້ປະກາດຟື້ນຟູການເຄື່ອນໄຫວຂອງສະໜາມບິນ Ben Gurion, ທ່າອາກາດສະຍານສາກົນໃຫຍ່ສຸດຂອງ ອິດສະຣາແອັນ ຄືນໃໝ່ຢ່າງຄົບຖ້ວນ. ຕາມນັ້ນແລ້ວ, ຄຳສັ່ງຈຳກັດກ່ຽວກັບຈຳນວນຜູ້ໂດຍສານໃນຖ້ຽວບິນໄປ - ມາສະໜາມບິນນີ້ ກໍຖືກຍົກເລີກ. ບັນດາຮ້ານຂາຍເຄື່ອງຢູ່ສະໜາມບິນທີ່ໄດ້ຍົກເວັ້ນພາສີ ກໍໄດ້ຮັບການເປີດປະຕູຄືນໃໝ່.
ໃນຂະນະນັ້ນຢູ່ ອີຣານ, ທ່ານປະທານາທິບໍດີ Masoud Pezeshkian ກໍປະກາດວ່າ ອີຣານ ໄດ້ຮັບໄຊຊະນະຄັ້ງປະຫວັດສາດ ແລະສິ້ນສຸດສົງຄາມ 12 ວັນໂດຍ ອິດສະຣາແອັນ ລິເລີ່ມ.
ແຫຼ່ງຄັດຈາກ: vovworld.vn