leftcenterrightdel
ທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ. ພາບ: REUTERS

ຕອນບ່າຍວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ ໄດ້ປະກາດຜັນຂະຫຍາຍບັນດາມາດຕະການແຂງກະດ້າງ ເພື່ອແນໃສ່ປາບປາມເຄືອຂ່າຍຕົວະຕົ້ມຫຼອກລວງຂ້າມຊາຍແດນທີ່ມີການເຄື່ອນໄຫວຈາກກຳປູເຈຍ ລວມມີທັງການກວດກາເຂດຊາຍແດນລະຫວ່າງສອງປະເທດຢ່າງເຄັ່ງຄັດ. ລະອຽດແມ່ນ, ລັດຖະບານ ໄທ ຈະຜັນຂະຫຍາຍບັນດາມາດຕະການຫຼັກແຫຼ່ງລວມມີການຄຸ້ມຄອງຢູ່ 7 ແຂວງຊາຍແດນຕິດກັບກຳປູເຈຍ ຢ່າງເຄັ່ງຄັດ, ຈຳກັດເວລາເຮັດວຽກ ແລະຫ້າມແຂກທ່ອງທ່ຽວມາບັນດາກາສີໂນຢູ່ເຂດຊາຍແດນ ຫຼື ໄປຍັງ Siem Reap (ກຳປູເຈຍ) ເພື່ອຫຼິ້ນການພະນັນ. ບັນດາອົງການຂອງໄທ ກໍ່ຈະສຳຫຼວດກວດກາ ແລະຕັດການເຊື່ອມຕໍ່ອິນເຕີເນັດ, ສາຍກາບໃຕ້ດິນທີ່ກ່ຽວຂ້ອງບັນດາເຄືອຂ່າຍຫຼອກລວງຢູ່ ກຳປູເຈຍ. ພ້ອມກັນນັ້ນ, ລັດຖະບານ ໄທ ກໍ່ໄດ້ເພີ່ມທະວີການໜູນຊ່ວຍຊາວກະສິກອນ ແລະວິສາຫະກິດທ້ອງຖິ່ນທີ່ຖືກຜົນກະທົບຜ່ານໂຄງການເກັບຊື້ ແລະກະຕຸກຊຸກຍູ້ການຊື້ຂາຍພາຍໃນປະເທດ.

ແຫຼ່ງຄັດຈາກ: vovworld.vn