ນໍາການພົວພັນ ຫວຽດນາມ-ນິວຊີແລນ ພັດທະນາຢ່າງເຂັ້ມແຂງ
ກປ.ອອນໄລ - ຕອນຄ່ຳວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ສະຖານທູດນິວຊີແລນ ປະຈຳ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ນິວຊີແລນ (19-6-1975 / 19-6-2025).
ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີ, ຕາງໜ້າລັດຖະບານຫວຽດນາມ, ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການນຳ ແລະປະຊາຊົນສອງປະເທດລຸ້ນຕ່າງໆໄດ້ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ນິວຊີແລນ ໃນຕະຫຼອດໄລຍະ 50 ປີຜ່ານມາ.
ທ່ານ ຫງວຽນກິມເຊີນ ຊີ້ແຈ້ງວ່າ ການພົວພັນລະຫວ່າງ ຫວຽດນາມ-ນິວຊີແລນ ໄດ້ພັດທະນາຢ່າງຮອບດ້ານ ແລະເລິກເຊິ່ງໃນທຸກຊ່ອງທາງ ແລະທຸກຂັ້ນ. ປະຈຸບັນ, ນິວຊີແລນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງຫວຽດນາມ ໃນພາກພື້ນ, ດ້ວຍຄວາມໄວ້ເນື້ອເຊື່ອດ້ານການເມືອງສູງ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ໄວ້ເນື້ອເຊື່ອໃຈ ແລະແໜ້ນແຟ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນນັບມື້ນັບເປີດກວ້າງ, ບັນດາຂົງເຂດຮ່ວມມື, ຄື: ກະສິກຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ສືບຕໍ່ໄດ້ຮັບການຍູ້ແຮງ.
    |
 |
ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງ ແລະທ່ານນາງ Caroline Beresford ເອກອັກຄະລັດຖະທູດນິວຊີແລນ ປະຈຳ ຫວຽດນາມ ທີ່ພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ |
ວົງເງິນການຄ້າສອງສົ້ນໄດ້ເພີ່ມຂຶ້ນຜ່ານແຕ່ລະປີ, ຈາກລະດັບ 300 ລ້ານໂດລາສະຫະລັດໃນປີ 2009 ຂຶ້ນເປັນລະດັບກວ່າ 1,3 ຕື້ໂດລາສະຫະລັດ ໃນປະຈຸບັນ. ການຮ່ວມມືໃນຂົງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະສິກຳ, ແຮງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ... ນັບມື້ນັບໄດ້ຮັບການເປີດກວ້າງ, ນຳຜົນປະໂຫຍດທີ່ແທດຈິງມາໃຫ້ທັງສອງຝ່າຍ.
ໃນເວທີສາກົນ, ຫວຽດນາມ ແລະນິວຊີແລນ ຍາມໃດກໍ່ສະໜັບສະໜູນເຊິ່ງກັນ ແລະກັນ, ແບ່ງປັນວິໄສທັດສັນຕິພາບ, ພັດທະນາແບບຍືນຍົງ, ໃຫ້ຄໍາໝັ້ນສັນຍາເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຂອງພາກພື້ນອາຊີ-ປາຊີຟິກ.
ທີ່ພິທີ, ທ່ານນາງ Caroline Beresford ເອກອັກຄະລັດຖະທູດນິວຊີແລນ ປະຈຳ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ແລະນິວຊີແລນ ພວມກໍ່ສ້າງການພົວພັນຄູ່ຮ່ວມມືເລິກເຊິ່ງ ແລະຍາວນານ, ບົນພື້ນຖານຜົນປະໂຫຍດລວມ, ວິທີການເຂົ້າເຖິງທີ່ຄ້າຍຄືກັນໃນບັນຫາສາກົນ ແລະຄວາມເຄົາລົບກົດໝາຍສາກົນ.
ໂດຍ: ທູຈາງ