ເຫດວາງລະເບີດສະຫຼະຊີບຢູ່ ຊີຣີ: ຢ່າງໜ້ອຍສຸດມີ 70 ຄົນຮັບບາດເຈັບ ແລະເສຍຊີວິດ
ມີແຫຼ່ງຂ່າວຈາກເຈົ້າໜ້າທີ່ປ້ອງກັນຄວາມສະຫງົບໂດຍບໍ່ເຜີຍຊື່ໃຫ້ຮູ້ວ່າ, ມີຊາຍ 2 ຄົນເຂົ້າຮ່ວມການບຸກໂຈມຕີ, ລວມມີທັງຜູ້ວາງລະເບີດ.
ຕາມອົງການສາທາລະນະສຸກ ຊີຣີ ແລ້ວ, ຢ່າງໜ້ອຍສຸດມີ 20 ຄົນເສຍຊີວິດ ແລະ 52 ຄົນຮັບບາດເຈັບໃນເຫດວ່າລະເບີດສະຫຼະຊີບທີ່ເກີດຂຶ້ນໃນວັນທີ 22 ມິຖຸນາ, ຢູ່ໂບດ Mar Elias, ຖະໜົນ Dweila, ຂຶ້ນກັບນະຄອນຫຼວງ Damascus. ຕາມກະຊວງພາຍໃນ ຊີຣີ ແລ້ວ, ຕົວການວາງລະເບີດສະຫຼະຊີບແມ່ນສະມາຊິກຂອງອົງການກໍ່ການຮ້າຍອິດສະລາມ ອ້າງຊື່ເອງ (ISIS).
ມີແຫຼ່ງຂ່າວຈາກເຈົ້າໜ້າທີ່ປ້ອງກັນຄວາມສະຫງົບໂດຍບໍ່ເຜີຍຊື່ໃຫ້ຮູ້ວ່າ, ມີຊາຍ 2 ຄົນເຂົ້າຮ່ວມການບຸກໂຈມຕີ, ລວມມີທັງຜູ້ວາງລະເບີດ. ໃນຂະນະນັ້ນມີແຫຼ່ງຂ່າວຄວາມໝັ້ນຄົງອື່ນໃຫ້ຮູ້ວ່າ, ນີ້ແມ່ນເຫດວາງລະເບີດສະຫຼະຊີບຄັ້ງທຳອິດຂອງ ISIS ຢູ່ ຊີຣີ ຮັບແຕ່ເມື່ອລະບອບຂອງທ່ານອະດີດປະທານາທິບໍດີ Bashar Al-Assad ລົ້ມລະລາຍ, ແຕ່ໄດ້ມີກົນອຸບາຍບຸກໂຈມຕີໃສ່ໂບດແຫ່ງຕ່າງໆຢູ່ ຊີຣີ ກ່ອນນັ້ນຫຼາຍຄັ້ງແລ້ວ.
ກະຊວງການຕ່າງປະເທດ ຊີຣີ ໄດ້ກ່າວປະນາມເຫດບຸກໂຈມຕີ, ຖືນີ້ແມ່ນຄວາມມານະພະຍາຍາມທຳລາຍການດຳລົງຊີວິດຮ່ວມໂດຍສັນຕິສຸກຢູ່ປະເທດທີ່ມີຫຼາຍສາສະໜາ, ຫຼາຍຊົນເຜົ່ານີ້.
ແຫຼ່ງຄັດຈາກ: vovworld.vn