    |
 |
ບັນຍາກາດທີ່ງານພົບປະສົນທະນາ. ພາບ: ກິມເງິນ. |
    |
 |
ທ່ານພັນເອກ ຫງວຽນກວາງຮຸຍ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນ. ພາບ: ກິມເງິນ. |
    |
 |
ທ່ານພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນລາວ ກ່າວຄໍາເຫັນ. ພາບ: ກິມເງິນ. |
ທີ່ລາຍການ, ນາຍທະຫານໜຸ່ມຂອງສອງປະເທດ ໄດ້ແລກປ່ຽນ, ສະໜອງບົດຮຽນ, ປະສົບການຕ່າງໆ ແລະອັບເດັດຫຼາຍເນື້ອໃນທີ່ຊາວໜຸ່ມກອງທັບສອງປະເທດໃຫ້ຄວາມສົນໃຈ, ຄື: ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ແບບຢ່າງທີ່ດີ, ວິທີເຮັດທີ່ດີຂອງຖັນແຖວນາຍທະຫານໜຸ່ມໃນການສຶກສາອົບຮົມມູນເຊື້ອ, ອຸດົມການປະຕິວັດ, ກໍ່ສ້າງຄຸນທາດການເມືອງໃຫ້ພະນັກງານ, ນັກຮົບ; ບົດບາດ, ຄວາມຮັບຜິດຊອບຂອງນາຍທະຫານໜຸ່ມໃນການຄົ້ນຄວ້າ, ພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ; ຄວາມຮັບຜິດຊອບຂອງນາຍທະຫານໜຸ່ມໃນການກະກຽມຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງເຂົ້າກັບສາກົນ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ເຂົ້າຮ່ວມກຳລັງຮັກສາສັນຕິພາບ, ກໍ່ສ້າງເສັ້ນຊາຍແດນແຫ່ງຊາດມິດຕະພາບ, ຮ່ວມມື ແລະພັດທະນາ...
    |
 |
ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມກອງທັບສອງປະເທດ ມອບຂອງຂວັນເປັນທີ່ລະນຶກໃຫ້ກັນ. ພາບ: ກິມເງິນ. |
ກ່າວຄຳເຫັນທີ່ງານພົບປະສົນທະນາ, ທ່ານພັນເອກ ຫງວຽນກວາງຮຸຍ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ອົງການຈັດຕັ້ງຊາວໜຸ່ມທຸກຂັ້ນໃນກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ເສີມຂະຫຍາຍຈິດໃຈປະຈັນບານ, ມີຫົວຄິດປະດິດສ້າງຂອງໄວໜຸ່ມທົ່ວກອງທັບເປັນຢ່າງດີ, ຈັດຕັ້ງຫຼາຍກິດຈະກໍາເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍ ແລະມີປະສິດທິຜົນ ດ້ວຍຫຼາຍຮູບແບບທີ່ດີ, ວິທີເຮັດບຸກທະລຸ, ອຸດົມສົມບູນທາງ ດ້ານເນື້ອໃນ ແລະຮູບແບບ; ຜັນຂະຫຍາຍຫຼາຍຂະບວນການ, ການເຄື່ອນໄຫວທີ່ມີຄວາມໝາຍຂອງໄວໜຸ່ມກອງທັບ, ຄື: ບັ້ນຮົບຊາວໜຸ່ມອາສາສະໝັກລະດູຮ້ອນ; ໄວໜຸ່ມກັບທະເລ, ໝູ່ເກາະບ້ານເກີດເມືອງນອນ; ຊາວໜຸ່ມກອງທັບກັບວັດທະນະທຳການຈະລາຈອນ; “ປະຊາສຶກສາດີຈີຕອນ”, ອັບເດັດ AI... ຜ່ານນັ້ນ, ຍາດໄດ້ຜົນງານດີເດັ່ນໃໝ່ຫຼາຍຢ່າງ, ປະກອບສ່ວນປະຕິບັດໜ້າທີ່ການເມືອງຂອງບັນດາອົງການ, ກົມກອງຢ່າງມີໄຊ, ກໍ່ສ້າງກອງທັບປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.
    |
 |
ບັນດາຜູ້ແທນເຂົ້າຮ່ວມງານພົບປະສົນທະນາ. ພາບ: ກິມເງິນ. |
ງານພົບປະສົນທະນາ ເພື່ອແນໃສ່ໂຄສະນາ, ສຶກສາອົບຮົມ ແລະຢັ້ງຢືນຄວາມຕັດສິນໃຈຂອງນາຍທະຫານໜຸ່ມກອງທັບສອງປະເທດໃນການປົກປັກຮັກສາ ແລະພັດທະນາການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ, ລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບຂອງສອງປະເທດ.
ໂດຍ: ໄຊຊະນະ