ເມືອງຫຼວງພະບາງຂອງລາວ ພ້ອມທີ່ຈະໃຫ້ເວທີປາໄສການທ່ອງທ່ຽວແມ່ນໍ້າຂອງປີ 2025
ກປ.ອອນໄລ - ຕາມທ່ານນາງ ພອນມາລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວລາວ ແລ້ວ, ເມືອງຫຼວງພະບາງຂອງລາວ ພວມກະກຽມ, ພ້ອມທີ່ຈະໃຫ້ເວທີປາໄສການທ່ອງທ່ຽວແມ່ນໍ້າຂອງ (MTF) ປີ 2025, ຄາດວ່າຈະດໍາເນີນໃນລະຫວ່າງວັນທີ 25-27 ມິຖຸນາ 2025.
ທ່ານນາງ ພອນມາລີ ອິນທະພົມ ໃຫ້ຮູ້ວ່າ ປະຈຸບັນເວທີປາໄສດັ່ງກ່າວໄດ້ຮັບການລົງທະບຽນຈາກຜູ້ແທນປະມານ 230 ທ່ານ, ລວມມີເຈົ້າໜ້າທີ່ລັດຖະບານ, ວິສາຫະກິດເອກະຊົນ ແລະປະຊາຄົມຮາກຖານ.
ດ້ວຍຫົວຂໍ້ທີ່ເຂັ້ມແຂງ “ການເດີນທາງຂອງຄວາມສາມັກຄີ-ພ້ອມກັນເຂັ້ມແຂງກວ່າ”, ເວທີປາໄສການທ່ອງທ່ຽວແມ່ນໍ້າຂອງປີ 2025 ວາງເປົ້າໝາຍຊຸກຍູ້ຂະແໜງການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງເປີດກວ້າງການພັດທະນາກວ່າອີກ. ເວທີປາໄສກໍ່ແນໃສ່ຢັ້ງຢືນຄວາມສຳຄັນຂອງການຮ່ວມມືໃນການຈັດຕັ້ງປະຕິບັດຍຸດທະສາດການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງຮອດປີ 2030 ດ້ວຍເປົ້າໝາຍຮັບປະກັນການເຕີບໂຕຮອບດ້ານ ແລະແບບຍືນຍົງນໍາມາເຊິ່ງຜົນປະໂຫຍດມາໃຫ້ທຸກຄົນ.
    |
 |
ນັກທ່ອງທ່ຽວ ຂີ່ຊ້າງຢູ່ຫຼວງພະບາງ, ປະເທດລາວ. ພາບ: ຈິ້ງຢຸງ |
ເວທີປາໄສການທ່ອງທ່ຽວແມ່ນໍ້າຂອງປີ 2025 ຈະມີ 4 ວາລະກອງປະຊຸມໄຈ້ແຍກຄວາມສາມາດບົ່ມຊ້ອນອັນອຸດົມສົມບູນຂອງອະນຸພາກພື້ນແມ່ນໍ້າຂອງເປີດກວ້າງໃນຂົງເຂດອາຫານ, ການທ່ອງທ່ຽວຊີວະພາບ, ການທ່ອງທ່ຽວກະສິກຳ, ວັດທະນະທຳ ແລະມໍລະດົກ. ວາລະກອງປະຊຸມຕ່າງໆຈະສະໜອງຄວາມຮູ້ລວງເລິກ ແລະສ້າງເງື່ອນໄຂໃຫ້ການແລກປ່ຽນຄວາມຮູ້, ປຶກສາຫາລືທິດທາງຊຸກຍູ້ການພັດທະນາການທ່ອງທ່ຽວແບບຍືນຍົງ, ອຸດົມສົມບູນທາງດ້ານວັດທະນະທໍາ ແລະຈັບອົກຈັບໃຈໃຫ້ເຂດອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ.
ເວທີປາໄສການທ່ອງທ່ຽວແມ່ນໍ້າຂອງແມ່ນໜຶ່ງໃນບັນດາເຫດການພົ້ນເດັ່ນໃຫ້ຂະແໜງການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ. ນີ້ແມ່ນການເຄື່ອນໄຫວທີ່ລິເລີ່ມໂດຍສະມາຄົມການທ່ອງທ່ຽວອາຊີ-ປາຊີຟິກ (PATA) ໃນປີ 1996 ແລະໄດ້ຮັບການຟື້ນຟູໂດຍຫ້ອງການປະສານງານການທ່ອງທ່ຽວແມ່ນໍ້າຂອງ (MTCO) ໃນປີ 2010.
ເວທີປາໄສສວມບົດບາດແມ່ນພື້ນຖານການຮ່ວມມືທີ່ສຳຄັນ ເພື່ອປຶກສາຫາລືກ່ຽວກັບການພັດທະນາ ແລະໂຄສະນາ, ແນໃສ່ແນະນຳອະນຸພາກພື້ນແມ່ນໍ້າຂອງເປີດກວ້າງປຽບເໝືອນສະຖານທີ່ເປັນເອກະລັກສະເພາະ, ຈັບອົກຈັບໃຈ, ປະກອບສ່ວນຊຸກຍູ້ການເຕີບໂຕແບບຍືນຍົງ ແລະໂຄສະນາຂະແໜງການທ່ອງທ່ຽວຂອງພາກພື້ນ.
ໂດຍ: ເຈິ່ນຮວ່ຽນ