ຕອນຄ່ຳວັນທີ 22 ມິຖຸນາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໄດ້ແຈ້ງໃຫ້ຊາບວ່າ ເຮືອບິນສູ້ຮົບຂອງກອງທັບອາກາດ ອິດສະຣາແອັນ ຫາກໍ່ດຳເນີນການບຸກໂຈມຕີໃສ່ບັນດາຮາກຖານດ້ານການທະຫານຂອງ ອີຣານ ຢູ່ເຂດນະຄອນຫຼວງ ເຕເຮຣານ ແລະ ທິດຕາເວັນຕົກຂອງປະເທດນີ້. ໃນນັ້ນ, ບັນດາການບຸກໂຈມຕີໄດ້ແນໃສ່ນະຄອນ Kermanshah, ທາງທິດຕາເວັນຕົກ ອີຣານ, ທຳລາຍລະບົບຣາດາແຈ້ງເຕືອນລ່ວງໜ້າຂອງກອງທັບອາກາດ ອີຣານ.

ສື່ມວນຊົນ ອີຣານ ກໍ່ໃຫ້ຂ່າວວ່າ ປະເທດນີ້ໄດ້ເປີດນຳໃຊ້ລະບົບປ້ອງກັນອາກາດ ເພື່ອສະກັດບັນດາອາວຸດຂອງ ອິດສະຣາແອັນ ຕີເຂົ້າຢູ່ບັນດາເຂດ Isfahan, Bushehr, Ahvaz ແລະ Yazd. ຢູ່ນະຄອນຫຼວງ ເຕເຮຣານ, ຕອນຄ່ຳວັນທີ 22 ມິຖຸນາ, ເຈົ້າຄອງນະຄອນ ເຕເຮຣານ Mohammad Sadegh ໃຫ້ຮູ້ວ່າ ມີກວ່າ 200 ສະຖານທີ່ຢູ່ ເຕເຮຣານ ຖືກກອງທັບອາກາດ ອິດສະຣາແອັນ ບຸກໂຈມຕີໃນເວລາ 10 ມື້ຜ່ານມາ. ບັນດາການບຸກໂຈມຕີທາງອາກາດໄດ້ທຳລາຍເຮືອນ 120 ກວ່າຫຼັງ, ມີເຮືອນປະມານ 500 ຫຼັງຖືກເປເພຢ່າງຮຸນແຮງ.

ສຳລັບປະຕິກິລິຍາຂອງ ອີຣານ ຕໍ່ບັນດາການບຸກໂຈມຕີທາງອາກາດໃສ່ 3 ຮາກຖານນິວເຄຼຍ Natanz, Fordow ແລະ Isfahan, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ຢືນຢັນວ່າ ອີຣານ ຈະໂຕ້ຕອບຄືນ.

ແຫຼ່ງຄັດຈາກ: vovworld.vn