ຮຸງກາຣີ, ສະໂລວາກີ ສະກັດກັ້ນບ້ວງລົງໂທດທີ 18 ຂອງ EU ເລັ່ງໃສ່ລັດເຊຍ
ທ່ານ Peter Szijjarto ລັດຖະມົນຕີ ຮຸງກາຣີ ໃຫ້ຮູ້ວ່າ ປະເທດນີ້ ແລະ ສະໂລວາກີ ໄດ້ຕັດສິນໃຈບໍ່ສະໜັບສະໜູນເລື່ອງຮັບຮອງເອົາບ້ວງລົງໂທດທີ 18 ເລັ່ງໃສ່ລັດເຊຍ, ພ້ອມທັງເນັ້ນໜັກວ່າ ຮຸງກາຣີ ຈະບໍ່ຍອມຮັບຜົນກະທົບຈາກເລື່ອງ EU ສະໜັບສະໜູນ ຢູແກຼນ ແບບໄຮ້ເງື່ອນໄຂ.
    |
 |
ທ່ານ Peter Szijjarto ລັດຖະມົນຕີຮຸງກາຣີ. ພາບ: REUTERS/David Dee Delgado |
ວັນທີ 23 ມິຖຸນາ, ຮຸງກາຣີ ແລະ ສະໂລວາກີ ໄດ້ສະກັດກັ້ນການຮັບຮອງເອົາບ້ວງລົງໂທດທີ 18 ຂອງສະຫະພາບເອີລົບ (EU) ທີ່ເລັ່ງໃສ່ລັດເຊຍ, ໃນສະພາບການກຸ່ມນີ້ພວມຊອກຫາວິທີການຜ່ານຜ່າບັນດາຂໍ້ກຳນົດໃນປັດຈຸບັນ ເພື່ອຫ້າມສອງປະເທດສະມາຊິກ ສືບຕໍ່ຊື້ນ້ຳມັນອາຍແກັດ ຈາກລັດເຊຍ.
ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມກັບບັນດາລັດຖະມົນຕີການຕ່າງປະເທດ EU, ທ່ານລັດຖະມົນຕີ ຮຸງກາຣີ Peter Szijjarto ໃຫ້ຮູ້ວ່າ ປະເທດນີ້ ແລະ ສະໂລວາກີ ໄດ້ຕັດສິນໃຈບໍ່ສະໜັບສະໜູນເລື່ອງຮັບຮອງເອົາບ້ວງລົງໂທດທີ 18 ເລັ່ງໃສ່ລັດເຊຍ, ພ້ອມທັງເນັ້ນໜັກວ່າ ຮຸງກາຣີ ຈະບໍ່ຍອມຮັບຜົນກະທົບຈາກເລື່ອງ EU ສະໜັບສະໜູນຢູແກຼນ ແບບໄຮ້ເງື່ອນໄຂ. Budapest ແລະ Bratislava ໄດ້ຍົກອອກຂໍ້ຕົກລົງດັ່ງກ່າວໃນສະພາບການ EU ພວມຢາກຫ້າມສອງປະເທດນີ້ສືບຕໍ່ຊື້ພະລັງງານລາຄາຖືກຈາກຝ່າຍລັດເຊຍ.
ສ່ວນຝ່າຍສະໂລວາກີ, ທ່ານນາຍົກລັດຖະມົນຕີ Robert Fico ປະກາດວ່າ ປະເທດນີ້ຈະບໍ່ສະໜັບສະໜູນບ້ວງລົງໂທດໃໝ່ ຖ້າຄະນະກຳມະການເອີລົບ ບໍ່ຍົກອອກວິທີການແກ້ໄຂລະອຽດໃຫ້ແກ່ບັນດາຄວາມຫຍຸ້ງຍາກ ເຊິ່ງ ສະໂລວາກີ ຈະປະເຊີນ ເມື່ອ EU ຄ່ອຍໆລົບລ້າງແຫຼ່ງພະລັງງານຈາກລັດເຊຍ. ກ່ອນໜ້ານັ້ນ, ວັນທີ 22 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຮຸງກາຣີ ໄດ້ຮຽກຮ້ອງ EU ຖອນຄືນຂໍ້ສະເໜີຫ້າມພະລັງງານ ລັດເຊຍ ອອກຈາກໂຄງການດຳເນີນງານ, ຍ້ອນວິຕົກກັງວົນລາຄາພະລັງງານຈະເພີ່ມຂຶ້ນພາຍຫຼັງ ອາເມລິກາ ບຸກໂຈມຕີບັນດາຮາກຖານນິວເຄຼຍ ຂອງອີຣານ.
ແຫຼ່ງຄັດຈາກ: vovworld.vn