ສະພາຄວາມໝັ້ນຄົງ ສປຊ ກະຕຸກຊຸກຍູ້ຟື້ນຟູການເຈລະຈານິວເຄຼຍ ອີຣານ
ຂໍ້ຕົກລົງຢຸດຍິງ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດໃນຕອນຄ່ຳວັນທີ 23 ມິຖຸນາ ໄດ້ເປີດໂອກາດ ເພື່ອໃຫ້ບັນດາຝ່າຍຫຼີກລ້ຽງການເພີ່ມເຫດວິນາດຊະກຳ ແລະບັນລຸໄດ້ມາດຕະການສັນຕິພາບສຳລັບບັນຫານິວເຄຼຍ ຂອງ ອີຣານ.
ວັນທີ 25 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມເປີດນັດສາມັນປະຈຳໄລຍະ, ປຶກສາຫາລືກ່ຽວກັບການປະຕິບັດມະຕິສະບັບເລກທີ 2231 ລົງວັນທີ 20 ກໍລະກົດ 2015 - ເອກະສານໃຫ້ສັດຕະຍາບັນຂໍ້ຕົກລົງນິວເຄຼຍ ອີຣານ (ແຜນການດຳເນີນການຮ່ວມຮອບດ້ານ - JCPOA).
    |
 |
ພາບໄດ້ຖ່າຍຈາກດາວທຽມ Maxar ສະແດງໃຫ້ເຫັນວ່າ ບັນດາລົດບັນທຸກເຂົ້າອອກຮາກຖານນິວເຄຼຍ Fordow ອີຣານ. ພາບປະກອບ: Anadolu Agency/ສໍານັກຂ່າວສານຫວຽດນາມ |
ກອງປະຊຸມໄດ້ດຳເນີນໃນສະພາບການ ອິດສະຣາແອັນ ແລະ ອີຣານ ຫາກໍ່ບັນລຸໄດ້ຂໍ້ຕົກລົງຢຸດຍິງໂດຍ ອາເມລິກາ ເປັນກາງໄກ່ເກ່ຍ, ຊ່ວຍຢຸດຕິການປະທະກັນທີ່ແກ່ຍາວເກືອບ 2 ອາທິດໄວ້ຊົ່ວຄາວ. ເມື່ອກ່າວຄຳເຫັນໃນການປຶກສາຫາລື, ທ່ານນາງ Rosemary DiCarlo ຖືວ່າ ຂໍ້ຕົກລົງຢຸດຍິງ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດໃນຕອນຄ່ຳວັນທີ 23 ມິຖຸນາ ໄດ້ເປີດໂອກາດເພື່ອໃຫ້ບັນດາຝ່າຍຫຼີກລ້ຽງການເພີ່ມເຫດວິນາດຊະກຳ ແລະບັນລຸໄດ້ມາດຕະການສັນຕິພາບໃຫ້ແກ່ບັນຫານິວເຄຼຍ ອີຣານ. ທ່ານນາງ ເນັ້ນໜັກວ່າ ເຖິງວ່າ ຍັງມີການແບ່ງແຍກ ແລະ ທັດສະນະທີ່ແຕກຕ່າງກັນກໍຕາມ, ແຕ່ບັນດາຝ່າຍເຂົ້າຮ່ວມ JCPOA ລວມມີ ຈີນ, ຝລັ່ງ, ເຢຍລະມັນ, ລັດເຊຍ, ອັງກິດ, ອີຣານ ລ້ວນແຕ່ເຄີຍຢ້ຳຄືນຄຳໝັ້ນສັນຍາສະໜັບສະໜູນການຊອກຫາມາດຕະການທາງການທູດ.
ແຫຼ່ງຄັດຈາກ: vovworld.vn