leftcenterrightdel
ສະຖານທີ່ເສີມທາດ ຢູຣານຽມ ແຫ່ງໜຶ່ງຢູ່ ອີຣານ. ພາບ: REUTERS/Caren Firouz

ທ່ານໂຄສົກ Esmail Baghaei  ກໍ່ຊີ້ແຈງວ່າ ປະເທດນີ້ຈະບໍ່ຍອມຮັບເລື່ອງຢຸດຕິການເຄື່ອນໄຫວເສີມທາດ ຢູຣານຽມ ໃນໄລຍະ 3 ປີ ເພື່ອບັນລຸຂໍ້ຕົກລົງກັບອາເມລິກາ. ເມື່ອເຕື້ອງເຖິງວິວັດການເຈລະຈາ, ທ່ານ Baghaei ໃຫ້ຮູ້ວ່າ: ອີຣານ ພວມລໍຄອຍຂໍ້ມູນລະອຽດຕື່ມອີກຈາກນັກຜູ້ເປັນກາງໄກ່ເກ່ຍ Oman ກ່ຽວກັບເວລາດຳເນີນຮອບເຈລະຈາຕໍ່ໄປ. ທ່ານກໍ່ສະແດງຄວາມຫວັງຕໍ່ເຈດຕະນາດີຈາກຝ່າຍອາເມລິກາ ແຕ່ເນັ້ນໜັກວ່າ ຈະບໍ່ຍອມຮັບໝາກຜົນການເຈລະຈາທີ່ພາໄປເຖິງການຈຳກັດບັນດາສິດຂອງປະເທດ ສ ອິດສະລາມ.

ໃນບົດກ່າວປາໄສໃນວັນດຽວກັນ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ກໍ່ສະແດງຫຼັກໝັ້ນແຂງກະດ້າງຂອງ ເຕເຮຣານ ໂດຍເນັ້ນໜັກວ່າ ເຖິງວ່າບໍ່ບັນລຸໄດ້ຂໍ້ຕົກລົງກັບອາເມລິກາ ຫຼື ປະເຊີນໜ້າກັບບັນດາຄຳສັ່ງລົງໂທດຈາກວໍຊິງຕັນ ກໍຕາມແຕ່ເຕເຮຣານ ຍັງຄົງຈະຊອກວິທີການເພື່ອຄົງຕົວ.

ແຫຼ່ງຄັດຈາກ: vovworld.vn