leftcenterrightdel
ກອງປະຊຸມລະຫວ່າງກອງທັບ ໄທ ແລະ ກຳປູເຈຍ ໃນວັນທີ 29 ພຶດສະພາ.

ຜູ້ຕາງໜ້າ 2 ຝ່າຍ ປະກາດບັນລຸໄດ້ຂໍ້ຕົກລົງສຳຄັນ 3 ສະບັບ, ລວມມີ: ເຫັນດີແກ້ໄຂການປະທະກັນຢູ່ເຂດຊາຍແດນຜ່ານກົນໄກປະຊຸມຄະນະກຳມະການຊາຍແດນລວມລະຫວ່າງສອງປະເທດ (JBC), ຄາດວ່າຈະໄດ້ຈັດຂຶ້ນໃນ 2 - 3 ອາທິດ ຈະມາເຖິງ; ໃຫ້ຄຳໝັ້ນສັນຍາຮັກສາທີ່ຕັ້ງລາດຕະເວນ, ເຝົ້າລະວັງປ້ອງກັນຊາຍແດນຢ່າງສອດຄ່ອງ ເພື່ອແນໃສ່ຈຳກັດຄວາມສ່ຽງເກີດການປະທະກັນ; ຮັກສາສາຍພົວພັນຮ່ວມມືອັນດີງາມຜ່ານຄວາມອົດທົນ ແລະລະງັບໃຈ.

ນາຍພົນ ບຸນສິນ ພາດກຼານ, ຜູ້ບັນຊາການທະຫານເຂດ 2 ຂອງ ໄທ, ຢັ້ງຢືນວ່າ ສອງຝ່າຍຈະສືບຕໍ່ໂອ້ລົມສົນທະນາເພື່ອແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ ແລະສະກັດກັ້ນການນຳໃຊ້ອາວຸດເລັ່ງໃສ່ກັນ. ທ່ານ ບຸນສິນ ພາດກຼານ ຮຽກຮ້ອງໃຫ້ປະຊາຊົນອຸ່ນອ່ຽງໃຈ ແລະເຊື່ອໝັ້ນຕໍ່ການເຈລະຈາລະຫວ່າງສອງຝ່າຍ.

ການເຈລະຈາໄດ້ດຳເນີນ ພາຍຫຼັງ 1 ວັນ ທີ່ກອງທັບ ໄທ ແລະ ກຳປູເຈຍ ເກີດການປະທະກັນຢູ່ເຂດຊາຍແດນລະຫວ່າງແຂວງ ອຸບົນ ຣາດຊະທານີ ຂອງ ໄທ ແລະ ແຂວງ Preah Vihear ຂອງ ກຳປູເຈຍ ໃນວັນທີ 28 ພຶດສະພາ.

ແຫຼ່ງຄັດຈາກ: vovworld.vn