ວັງ Kremlin: ຍັງບໍ່ມີແຜນການປະກາດເງື່ອນໄຂຢຸດຍິງກັບ ຢູແກຼນ
ປັດຈຸບັນ ຍັງບໍ່ທັນມີແຜນການປະກາດບັນດາເງື່ອນໄຂ ເຊິ່ງ ລັດເຊຍ ໄດ້ຍົກອອກມາໃນຂອບເຂດຂໍ້ຕົກລົງຢຸດຍິງກັບຢູແກຼນ, ກໍຄື ຍັງບໍ່ທັນຢັ້ງຢືນວ່າ ບັນດາເງື່ອນໄຂນີ້ຈະໄດ້ນຳເຂົ້າຮ່າງບົດບັນທຶກຊ່ວຍຈຳ ໂດຍ ມົດສະກູ ຮຽບຮຽງ ຫຼື ບໍ່.
    |
 |
ທ່ານ Dmitry Peskov ໂຄສົກວັງ Kremlin. ພາບເອກະສານ: Alexander Zemlianichenko/Pool via Reuters |
ເມື່ອກ່າວຄຳເຫັນໃນວັນທີ 29 ພຶດສະພາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ປັດຈຸບັນ ຍັງບໍ່ທັນມີແຜນການປະກາດບັນດາເງື່ອນໄຂ ເຊິ່ງ ລັດເຊຍ ໄດ້ຍົກອອກມາໃນຂອບເຂດຂໍ້ຕົກລົງຢຸດຍິງກັບຢູແກຼນ, ກໍຄື ຍັງບໍ່ທັນຢັ້ງຢືນວ່າ ບັນດາເງື່ອນໄຂນີ້ ຈະໄດ້ນຳເຂົ້າຮ່າງບົດບັນທຶກຊ່ວຍຈຳ ໂດຍ ມົດສະກູ ຮຽບຮຽງ ຫຼື ບໍ່. ທ່ານ Peskov ກໍບອກວ່າ ຝ່າຍລັດເຊຍ ຈະບໍ່ເປີດເຜີຍເນື້ອໃນບັນດາຮ່າງເອກະສານ ເຊິ່ງ ບັນດາຝ່າຍ ຄາດວ່າຈະແລກປ່ຽນ, ພ້ອມທັງອະທິບາຍບັນດາການເຈລະຈາຕ້ອງດຳເນີນຕາມຮູບແບບການປະຊຸມປິດລັບ.
ນອກຈາກນັ້ນ, ວັງ Kremlin ກໍ່ໃຫ້ຮູ້ວ່າ ປັດຈຸບັນ ຍັງບໍ່ທັນມີແຜນການໃດ ເພື່ອດຳເນີນການະເຈລະຈາທາງໂທລະສັບຮອບຕໍ່ໄປລະຫວ່າງ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump.
ແຫຼ່ງຄັດຈາກ: vovworld.vn