ຈີນ ຮຽກຮ້ອງ ອາເມລິກາ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງນັກສຶກສາສາກົນ
ວັນທີ 28 ພຶດສະພາ, ໂຄສົກກະຊວງການຕ່າງປະເທດຈີນ, ທ່ານນາງ ໝາວໜິງ ໃຫ້ຮູ້ວ່າ ຈີນ ຮຽກຮ້ອງ ອາເມລິກາ ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳໃຫ້ນັກສຶກສາສາກົນ, ໃນນັ້ນມີນັກສຶກສາຈີນ ໃຫ້ຖືກຕ້ອງຕາມກົດໝາຍ.
ຖະແຫຼງການໄດ້ຍົກອອກມາໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຈີນ ເພື່ອແນໃສ່ຄັດຄ້ານຂໍ້ມູນທີ່ເຜີຍໃຫ້ຮູ້ວ່າ ອາເມລິກາ ຮຽກຮ້ອງສະຖານທູດ ແລະສະຖານກົງສູນໃນທົ່ວໂລກ ຢຸດຕິການອອກວີຊາໃຫ້ແກ່ນັກສຶກສາຕ່າງປະເທດ. ທ່ານນາງ ໝາວໜິງ ເນັ້ນໜັກວ່າ ຈີນ ຍາມໃດກໍຖືວ່າ ບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດການສຶກສາ ແລະແລກປ່ຽນວິຊາການເປັນປະຈຳບໍ່ຄວນຖືກກີດກັ້ນ ຫຼື ຂາດວັກຂາດຕອນ.
ແຫຼ່ງຄັດຈາກ: vovworld.vn