ລັດເຊຍ ແລະຢູແກຼນ ກະກຽມເຊື່ອມຕໍ່ຄືນການເຈລະຈາແບບເຊິ່ງໜ້າຢູ່ Istanbul
ວັນທີ 28 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ໃຫ້ຮູ້ວ່າ ຄາດວ່າ ບັນດາຄະນະເຈລະຈາລັດເຊຍ ແລະຢູແກຼນ ຈະດຳເນີນການເຈລະຈາແບບເຊິ່ງໜ້າຮອບທີ 2 ຢູ່ Istanbul, ຕວັກກີ ໃນວັນທີ 2 ມິຖຸນາ ເພື່ອແນໃສ່ຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນໃນປັດຈຸບັນ.