ວັນທີ 27 ພຶດສະພາ, ຕາມເວລາທ້ອງຖິ່ນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ບັນດາສະຖານທູດໃນທົ່ວໂລກຢຸດຊົ່ວຄາວການຈັດຕາຕະລາງສຳພາດຂໍວີຊາໃໝ່ສຳລັບນັກສຶກສາຕ່າງປະເທດ.

leftcenterrightdel
ພາບປະກອບຈາກ: REUTERS

ບັນດາຍານພາຫະນະສື່ສານເຊັ່ນ ເວັບໄຊ Politico, Bloomberg ໃຫ້ຂ່າວເມື່ອວັນທີ 27 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ຊີ້ນຳບັນດາສະຖານທູດ ແລະ ສະຖານກົງສູນປະເທດນີ້ ບໍ່ຈັດຕາຕະລາງສຳພາດສຳລັບຊາວຕ່າງປະເທດທີ່ມາຂໍວີຊາມາຮຽນຢູ່ ອາເມລິກາ ແລະຂໍ້ຕົກລົງດັ່ງກ່າວມີຜົນສັກສິດໃນທັນທີ. ຄຳສັ່ງນີ້ໄດ້ສົ່ງເຖິງທຸກອົງການການທູດອາເມລິກາ ໃນໂລກ.

ກ່ອນໜ້ານັ້ນ, ລັດຖະບານອາເມລິກາ ກໍໄດ້ຈັດວາງຄຳຮຽກຮ້ອງມີການສຳຫຼວດຄືນໃນບັນດາຍານພາຫະນະສື່ສັງຄົມ, ແຕ່ບັນດາຄຳຮຽກຮ້ອງນີ້ສ່ວນຫຼາຍແມ່ນແນໃສ່ນັກສຶກສາທີ່ອາດຈະເຂົ້າຮ່ວມການແຫ່ຂະບວນປະທ້ວງຄັດຄ້ານການກະທຳຂອງ ອິດສະຣາແອັນ ຢູ່ເຂດ ກາຊາ.

ແຫຼ່ງຄັດຈາກ: vovworld.vn