ວັນທີ 27 ພຶດສະພາ, ໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova ໃຫ້ຮູ້ວ່າ ລັດເຊຍ ພວມສ້າງບົດບັນທຶກຊ່ວຍຈຳກ່ຽວຂ້ອງເຖິງວິວັດທະນາການສັນຕິພາບຢູ່ ຢູແກຼນ. ເອກະສານສະບັບນີ້ຈະລວມທັງບັນດາຫຼັກການ ແລະໄລຍະເວລາລະອຽດໃຫ້ແກ່ການແກ້ໄຂການປະທະກັນ, ພ້ອມທັງຈະໄດ້ສົ່ງເຖິງຝ່າຍ ຢູແກຼນ ພາຍຫຼັງສຳເລັດຢ່າງທັນທີ. ຝ່າຍ ລັດເຊຍ ສະແດງຄວາມຫວັງວ່າ ຢູແກຼນ ຈະຄັດຄ້ານດ້ວຍບັນດາຂໍ້ສະເໜີທີ່ຄ້າຍຄືກັນໃນຈຸດເວລາດຽວກັນ. ລັດເຊຍ ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ບັນດາຄວາມມານະພະຍາຍາມທາງການທູດ, ໂດຍບໍ່ຫົວຊາຕໍ່ບັນດາສິ່ງກີດຂວາງຈາກຝ່າຍ ຢູແກຼນ.

leftcenterrightdel
ໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova. ພາບ: Reuters

ກ່ອນໜ້ານັ້ນ, ວັນທີ 16 ພຶດສະພາ, ຜູ້ຕາງໜ້າ ລັດເຊຍ ແລະ ຢູແກຼນ ໄດ້ດຳເນີນການພົບປະຢູ່ Istanbul, ຕວັກກີ. ສອງຝ່າຍເຫັນດີເປັນເອກະພາບປະຕິບັດການແລກປ່ຽນຊະເລີຍເສິກດ້ວຍຂອບຂະໜາດໃຫຍ່ ແລະກໍໄດ້ຍົກອອກບັນດາຂໍ້ກຳນົດໃນເບື້ອງຕົນກ່ຽວກັບຄວາມອາດສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງໃນອະນາຄົດ. ຝ່າຍ ຢູແກຼນ ກໍສະເໜີຈັດຕັ້ງການພົບປະຂັ້ນປະມຸກລັດ, ແລະຝ່າຍ ລັດເຊຍ ໄດ້ຮັບຮູ້ຂໍ້ສະເໜີດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn