ທຸງຊາດ ປາແລດສະຕີນ ຈະເປັນຄັ້ງທຳອິດປິວສະບັດຢູ່ສຳນັກງານ WHO
ວັນທີ 26 ພຶດສະພາ, ທີ່ກອງປະຊຸມຄັ້ງທີ 78 ກອງປະຊຸມສະມັດຊາໃຫຍ່ສາທາລະນະສຸກໂລກ, ບັນດາປະເທດໄດ້ປ່ອນບັດຮັບຮອງເອົາຮ່າງມະຕີກ່ຽວກັບເລື່ອງເອົາທຸງຊາດ ປາແລດສະຕິນ ຂຶ້ນເສົາຢູ່ສຳນັກງານຂອງອົງການອະນາໄມໂລກ (WHO), ຢູ່ເຊີແນວ, ປະເທດສະວິດ ດ້ວຍບັດເຫັນດີ 95 ບັດ ແລະບັດຄ້ານ 4 ບັດ (ລວມມີ: ອິດສະຣາແອນ, ຮຸງກາຣີ, ສ ເຊັກໂກ ແລະເຢຍລະມັນ) ແລະບັດຂາວ 27 ບັດ. ຮ່າງມະຕິນີ້ແມ່ນການສະເໜີຂອງກຸ່ມປະເທດໜຶ່ງໃນນັ້ນມີ ຈີນ, ປາກິດສະຖານ ແລະຊາອຸດິ ອາຣັບບີ.