ວັນທີ 27 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຕີລາຄາເລື່ອງສະຫະພາບເອີຣົບ (EU) ຂຶ້ນແຜນການດຳເນີນບັນດາການເຈລະຈາແມ່ນການກະທຳທີ່ຕັ້ງໜ້າ, ພ້ອມທັງສະແດງຄວາມຫວັງວ່າ ເອີຣົບ ຈະ “ເປີດປະຕູ” ເພື່ອແລກປ່ຽນການຄ້າກັບ ອາເມລິກາ.

leftcenterrightdel
ພາບປະກອບ: REUTERS/Yves Herman

ເຖິງຢ່າງໃດກໍຕາມ, ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social, ທ່ານປະທານາທິບໍດີ Donald Trump ຍັງຢ້ຳຄືນຄຳກ່າວເຕືອນວ່າ ອາເມລິກາ ຈະຈັດວາງບັນດາມາດຕາດ້ານການຄ້າຕາມລຳພັງຝ່າຍດ່ຽວຖ້າສອງຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງນີ້ໃນການເຈລະຈາດ້ານການຄ້າ ຫຼື ວໍຊິງຕັນ ຖືກປະພຶດຢ່າງຂາດຄວາມຍຸຕິທຳ.

ຄາດວ່າ ບັນດາຜູ້ຕາງໜ້າການຄ້າຂອງ ອາເມລິກາ ແລະ ອີຢູ ຈະດຳເນີນການເຈລະຈາໃນວັນທີ 2 ມິຖຸນາ ໃນສະພາບການວົງການນັກວາງກຳນົດນະໂຍບາຍເອີຣົບ ພວມຕີລາຄາບັນດາແຜນການຂອງບັນດາບໍລິສັດໃນກຸ່ມ ສຳລັບບັນດາບ້ວງເງິນລົງທຶນຂອງ ອາເມລິກາ.

ແຫຼ່ງຄັດຈາກ: vovworld.vn