ວັນທີ 25 ພຶດສະພາ ທ່ານປະທານາທິບໍດີ Donald Trump ຖະແຫລງຈະເລື່ອນການຈັດວາງອັດຕາພາສີ 50% ສຳລັບ ອີຢູ ເຖິງວັນທີ 9 ກໍລະກົດ. ແຈ້ງການໃນສື່ສັງຄົມ Truth Social, ທ່ານ Donald Trump ໃຫ້ຮູ້ວ່າ: ທ່ານໄດ້ມີການໂອ້ລົມທາງໂທລະສັບກັບປະທານ EC ທ່ານນາງ Ursula von der Leyen ແລະປະທານ EC ໄດ້ສະເຫນີ ອາເມລິກາ ເລື່ອນການຈັດວາງອັດຕາພາສີ 50% ສຳລັບ ອີຢູ ໃນວັນທີ 1 ມີຖຸນາ ຮອດວັນທີ  9 ກໍລະກົດ. ປະທານາທິບໍດີ ອາເມລິກາ ໄດ້ຕົກລົງເຫັນດີກັບຂໍ້ສະເຫນີດ່ັງກ່າວ ແລະບັນດາການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ ແລະ EU ຈະເລີ່ມຕົ້ນໂດຍໄວ.

ແຫຼ່ງຄັດຈາກ: vovworld.vn