ອາເມລິກາ - ຍີ່ປຸ່ນ ຍູ້ໄວວິວັດການເຈລະຈາດ້ານພາສີອາກອນ
ທ່ານນາຍົກລັດຖະມົນຕີ Shigeru Ishiba ໄດ້ແຈ້ງໃຫ້ຊາບວ່າ ມີບັນດາບາດກ້າວຄືບໜ້າໃນຮອບເຈລະຈາ ຄັ້ງທີ 3 ລະຫວ່າງ 2 ຝ່າຍ.
ວັນທີ 25 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba ໃຫ້ຮູ້ວ່າ ຍີ່ປຸ່ນ ພວມຍູ້ໄວບັນດາການເຈລະນາດ້ານພາສີອາກອນກັບ ອາເມລິກາ ເພື່ອບັນລຸໄດ້ໝາກຜົນທີ່ກອງປະຊຸມສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ໃນເດືອນ ມິຖຸນາ ຈະມາເຖິງ.
ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານນາຍົກລັດຖະມົນຕີ Shigeru Ishiba ໄດ້ແຈ້ງໃຫ້ຊາບວ່າ ມີບັນດາບາດກ້າວຄືບໜ້າໃນຮອບເຈລະຈາ ຄັ້ງທີ 3 ລະຫວ່າງ 2 ຝ່າຍ, ໂດຍສະເພາະແມ່ນດ້ານການຄ້າ. ທ່ານກໍ່ໃຫ້ຮູ້ວ່າ 2 ຝ່າຍຈະດຳເນີນບັນດາການເຈລະຈາຄັ້ງຕໍ່ໄປແຕ່ບໍ່ເຜີຍໃຫ້ຮູ້ຈຸດເວລາລະອຽດ. ນອກນັ້ນ, ການນຳ ຍີ່ປຸ່ນ ກໍ່ເຕື້ອງເຖິງຄວາມອາດສາມາດຮ່ວມມືໃນຂະແໜງຕໍ່ກຳປັ່ນ ແລະໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍອາເມລິກາ ຟື້ນຟູຂະແໜງນີ້.
ແຫຼ່ງຄັດຈາກ: vovworld.vn