ກອງປະຊຸມສຸດຍອດອາຊຽນ-46: ການນຳ SOM ທົບທວນຄືນວຽກງານກະກຽມກ່ອນກອງປະຊຸມ
ກປ.ອອນໄລ - ວັນທີ 24 ພຶດສະພາ, ຢູ່ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ, ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.
ຕາມແຜນການ, ແຕ່ວັນທີ 26-27 ພຶດສະພາ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 46 ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຈະໄຂຂຶ້ນຢູ່ສູນປະຊຸມກົວລາລຳເປີ, ໂດຍມີການເຂົ້າຮ່ວມຂອງຜູ້ນຳບັນດາປະເທດອາຊຽນ, Timor-Leste, ບັນດາປະເທດສະພາການຮ່ວມມືເຂດອ່າວ (GCC) ແລະຈີນ. ດ້ວຍປະມານ 10 ກອງປະຊຸມ, ບັນດາການນຳຈະປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບທິດທາງ ແລະມາດຕະການເພີ່ມທະວີການຮ່ວມມືພາຍໃນກຸ່ມ, ເປີດກວ້າງການເຊື່ອມຕໍ່ກັບບັນດາຄູ່ຮ່ວມມື, ຍົກສູງການສ້າງຄວາມເຂັ້ມແຂງດ້ວຍຕົນເອງທາງດ້ານເສດຖະກິດ ແລະຊອກຫາກຳລັງໜູນຮ່ວມມືໃໝ່ໃນສະພາບການພາກພື້ນ ແລະສາກົນ ມີການຜັນແປຫຼາຍຢ່າງ.
    |
 |
ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ (ຜູ້ທີ 5, ຈາກຊ້າຍຫາຂວາ), ທ່ານ Datuk Seri Amran Mohamed Zin ເລຂາທິການໃຫຍ່ກະຊວງການຕ່າງປະເທດ (ຜູ້ທີ 6, ຈາກຊ້າຍຫາຂວາ), ໃນຖານະເປັນຫົວໜ້າກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM) ຂອງມາເລເຊຍ, ຖ່າຍຮູບກັບບັນດາການນຳ SOM ASEAN ແລະຜູ້ແທນ ກ່ອນທີ່ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM) ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46. ພາບ: ສໍານັກຂ່າວສານຫວຽດນາມ. |
ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງກອງປະຊຸມສຸດຍອດຄັ້ງນີ້ແມ່ນເລື່ອງການນໍາບັນດາປະເທດອາຊຽນ ລົງນາມຖະແຫຼງການກົວລາລຳເປີ ວ່າດ້ວຍ “ອາຊຽນ 2045: ອະນາຄົດຮ່ວມຂອງພວກເຮົາ” ແລະການຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ພ້ອມກັບຍຸດທະສາດດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະການເຊື່ອມຕໍ່. ນີ້ຈະແມ່ນເອກະສານກໍານົດທິດສັງລວມ ແລະຮອບດ້ານ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການເຊື່ອມຕໍ່ພາກພື້ນໃນສອງທົດສະວັດຕໍ່ໜ້າ. ຄຽງຂ້າງນັ້ນ, ເອກະສານຫຼາຍສະບັບພວມໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ ເພື່ອຍື່ນສະເໜີໃຫ້ຜູ້ນຳບັນດາປະເທດອາຊຽນ ແລະຄູ່ຮ່ວມມື ພິຈາລະນາ, ຮັບຮອງເອົາ ແລະຮອງຮັບ.
ຕີລາຄາສູງວຽກງານກະກຽມຂອງປະເທດເຈົ້າພາບມາເລເຊຍ, ຫົວໜ້າ SOM ບັນດາປະເທດອາຊຽນ ຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຮັບປະກັນໃຫ້ກອງປະຊຸມ ດຳເນີນໄປຢ່າງສຳເລັດຜົນ, ບັນລຸໝາກຜົນແທດຈິງຫຼາຍຢ່າງ. ກໍທີ່ກອງປະຊຸມ, ທ່ານ ໂດ໊ຮຸ່ງຫວຽດ ໄດ້ພ້ອມກັບບັນດາປະເທດ ປຶກສາຫາລືຫຼາຍເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງວິວັດການກໍ່ສ້າງປະຊາຄົມອາຊຽນ, ໜູນຊ່ວຍ Timor-Leste ກາຍເປັນສະມາຊິກອາຊຽນຢ່າງເປັນທາງການ, ຜັນຂະຫຍາຍການຮ່ວມມືລະອຽດລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາກົນໄກ ໂດຍ ອາຊຽນ ຊັກນໍາ.
* ຕອນບ່າຍວັນດຽວກັນ, ໂດຍໄດ້ຮັບການມອບສິດຈາກທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ, ທ່ານ ໂດ໊ຮຸ່ງຫວຽດ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືບໍ່ເປັນທາງການ ເປີດກວ້າງ ກ່ຽວກັບການຜັນຂະຫຍາຍຄວາມເຫັນດີເຫັນພ້ອມ 5 ຂໍ້ ກ່ຽວກັບມຽນມາ ແລະຮັບຟັງບົດລາຍງານກ່ຽວກັບວຽກງານຂອງທູດພິເສດຂອງປະທານອາຊຽນ ກ່ຽວກັບມຽນມາ ໃນໄລຍະຜ່ານມາ. ທ່ານ ໂດ໊ຮຸ່ງຫວຽດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງທູດພິເສດ ແລະປະທານອາຊຽນ 2025, ຢັ້ງຢືນວ່າ ຫວຽດນາມ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກ ເພື່ອຜັນຂະຫຍາຍຄວາມເຫັນດີເຫັນພ້ອມ 5 ຂໍ້ ແລະສະເໜີບາງມາດຕະການຍົກສູງປະສິດທິຜົນການຜັນຂະຫຍາຍ ໃນໄລຍະຈະມາເຖິງ.
* ວັນທີ 25 ພຶດສະພາ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຈະນຳພາຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (AMM), ກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນ (APSC), ກອງປະຊຸມສະພາປະສານງານອາຊຽນ (ACC) ແລະກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - GCC.
ໂດຍ: ໄຊຊະນະ