leftcenterrightdel
 
leftcenterrightdel
ຕາງໜ້າໃຫ້ສະພາແຫ່ງຊາດຫວຽດນາມ, ທ່ານ ເລມິງຮວານ ຮອງປະທານສະພາແຫ່ງຊາດ ໄດ້ຍົກອອກ 3 ຂໍ້ສະເໜີ ເພື່ອຊຸກຍູ້ມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະພາບຂາດແຄນຊັບພະຍາກອນ ແລະຄວາມບໍ່ໝັ້ນຄົງດ້ານນິເວດ. ພາບ: daibieunhandan.vn

ທີ່ກອງປະຊຸມຄົບຄະນະ, ບັນດາບົດກ່າວຄໍາເຫັນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສິ່ງແວດລ້ອມນິເວດ ແລະການຮ່ວມມືສາກົນໃນຂົງເຂດນີ້; ຮຽກຮ້ອງໃຫ້ບັນດາປະເທດ, ບັນດາອົງການຈັດຕັ້ງ ຮ່ວມມືກັນປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຕ້ານການມົນລະພິດທາງອາກາດ ແລະແຫຼ່ງນ້ຳ... ເພື່ອການພັດທະນາສີຂຽວ ແລະຍືນຍົງຂອງທຸກປະເທດ; ຢືນຢັນຄວາມຕ້ອງການແກ້ໄຂບັນຫາຄວາມທຸກຍາກອຶດຫິວ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະພັດທະນາຢ່າງສະເໝີພາບ, ເພີ່ມທະວີການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ນຳໃຊ້ພະລັງງານສີຂຽວ, ພະລັງງານສະອາດ ແລະພະລັງງານທົດແທນ...

ຕາງໜ້າໃຫ້ສະພາແຫ່ງຊາດຫວຽດນາມ, ທ່ານ ເລມິງຮວານ ໄດ້ມີບົດກ່າວປາໄສທີ່ສຳຄັນ, ສົ່ງສານບັນດານະໂຍບາຍ ແລະຂໍ້ລິເລີ່ມຂອງສະພາແຫ່ງຊາດຫວຽດນາມ, ໃນນັ້ນຍົກອອກ 3 ຂໍ້ສະເໜີເພື່ອຊຸກຍູ້ມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະພາບຂາດແຄນຊັບພະຍາກອນ ແລະຄວາມບໍ່ໝັ້ນຄົງດ້ານນິເວດ.

* ເນື່ອງໃນໂອກາດນີ້, ທ່ານ ເລມິງຮວານ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນລາວ, ມາເລເຊຍ ແລະອິນໂດເນເຊຍ.

* ໃນວັນດຽວກັນ, ທ່ານ ເລມິງຮວານ ແລະຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມສະຖາບັນໂຮ່ຈີມິນ ຢູ່ມະຫາວິທະຍາໄລ Saint Petersburg. 

ໂດຍ: ໄຊຊະນະ