ປະທານາທິບໍດີ ອາເມລິກາ-ລັດເຊຍ ໂອ້ລົມທາງໂທລະສັບເພ່ືອຊອກຫາບາດກ້າວບຸກທະລຸໃຫ້ແກ່ຂໍ້ຕົກລົງຢຸດຍິງ
ວັນທີ 19 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໂດຍແກ່ຍາວເປັນເວລາກວ່າ 2 ຊົ່ວໂມງ.
ນີ້ແມ່ນການກະທຳທາງການທູດຫຼ້າສຸດລະຫວ່າງອາເມລິກາ ແລະລັດເຊຍ ໃນຄວາມມານະພະຍາຍາມຊອກຫາມາດຕະການ ເພືື່ອຢຸດຕິການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ຊື່ງໄດ້ກ້າວເຂົ້າສູ່ປີທີ 4 ແລ້ວ.
ໂດຍຂຽນລົງທາງສື່ສັງຄົມ Truth Social ພາຍຫຼັງສິ້ນສຸດການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານຫາກໍ່ສິ້ນສຸດການໂອ້ລົມທາງໂທລະສັບກັບປະທານາທິບໍດີ ລັດເຊຍ ແລະເຊື່ອໝັ້ນວ່າ ທຸກບັນຫາແມ່ນດຳເນີນໄປເປັນຢ່າງດີ. ລັດເຊຍ ແລະຢູແກຼນ ຈະເລີ່ມການເຈລະຈາໂດຍທັນທີມຸ່ງໄປເຖິງຄຳສັ່ງຢຸດຍິງ ແລະສຳຄັນກວ່າແມ່ນຢຸດຕິສົງຄາມ.
ບັນດາການຕີລາຄາເບື້ອງຕົ້ນສະແດງໃຫ້ເຫັນວ່າ ເຖິງວ່າການນຳທັງລັດເຊຍ ແລະອາເມລິກາ ລ້ວນແຕ່ຍົກອອກບັນດາຖະແຫຼງການທີ່ຕັ້ງໜ້າແຕ່ສ່ວນຫຼາຍພຽງເຮັດແຈ້ງອີກບາດກ້າວໜຶ່ງໃນວິວັດການເຈລະຈາ ແລະບໍ່ບັນລຸໄດ້ໝາກຜົນລະອຽດໃດ.
ກ່າວຄຳເຫັນກັບວົງການສື່ມວນຊົນ, ປະທານາທິບໍດີລັດເຊຍ ໄດ້ສະແດງຄວາມຂອບໃຈປະທານາທິບໍດີ ອາເມລິກາ ຍ້ອນໄດ້ມີການສະໜັບສະໜູນໃນການເຊື່ອມຕໍ່ຄືນບັນດາການເຈລະຈາໂດຍກົງລະຫວ່າງ ລັດເຊຍ ແລະຢູແກຼນ.
ແຫຼ່ງຄັດຈາກ: vovworld.vn