ສັນຕະປະປາ ລີໂອ 14 ຫວັງວ່າ ການປະທະກັນລະຫວ່າງ ລັດເຊຍ ແລະຢູແກຼນ ຈະສິ້ນສຸດລົງ
ສັນຕະປະປາ ເນັ້ນໜັກວ່າ: “ບັນດາການເຈລະຈາເພື່ອໃຫ້ມີພື້ນຖານສັນຕິພາບດ້ວຍຄວາມຍຸຕິທຳ ແລະຍາວນານນັ້ນ ສຸດທ້າຍກໍ່ໄດ້ດຳເນີນໄປ”.
ວັນທີ 18 ພຶດສະພາ, ສັນຕະປະປາ ລີໂອ 14 ໄດ້ພົບປະສະເພາະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky. ທ່ານປະທານາທິບໍດີ Volodymyr Zelensky ແມ່ນໜຶ່ງໃນຈຳນວນບັນດາການນຳໂລກທີ່ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງຂອງສັນຕະປະປາ. ທີ່ການພົບປະ, ສັນຕະປະປາ ສະແດງຄວາມຫວັງວ່າ ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ຈະສິ້ນສຸດລົງ. ສັນຕະປະປາ ເນັ້ນໜັກວ່າ: “ບັນດາການເຈລະຈາເພື່ອໃຫ້ມີພື້ນຖານສັນຕິພາບດ້ວຍຄວາມຍຸຕິທຳ ແລະຍາວນານນັ້ນສຸດທ້າຍກໍ່ໄດ້ດຳເນີນໄປ”.
ໃນວັນດຽວກັນ, ໃນການຢ້ຽມຢາມສຳນັກ ວາຕີກັງ, ທ່ານປະທານາທິບໍດີ Volodymyr Zelensky ໄດ້ພົບປະໃນເວລາສັ້ນກັບທ່ານຮອງປະທານາທິບໍດີ ອາເມລິກາ JD Vance, ໃນນັ້ນ 2 ຝ່າຍໄດ້ປຶກສາຫາລືໃນການໂອ້ລົມທາງໂທລະສັບທີ່ຈະມາເຖິງລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ກັບຄູ່ຕຳແໜ່ງ ອາເມລິກາ Donald Trump ເຊິ່ງໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ.
ແຫຼ່ງຄັດຈາກ: vovworld.vn