leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi. ພາບ: Reuters

"ວັນທີ 21 ພຶດສະພາ, ເມື່ອກ່າວຄຳເຫັນກັບວົງການສື່ມວນຊົນຢູ່ນະຄອນຫຼວງເຕເຮຣານ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ໃຫ້ຮູ້ວ່າ ປະເທດນີ້ກຳລັງຊັ່ງຊາເລື່ອງຄວນສືບຕໍ່ເຂົ້າຮ່ວມຮອບເຈລະຈາທາງອ້ອມຄັ້ງຕໍ່ໄປກັບອາເມລິກາ ຫຼື ບໍໍ່. ຕາມນັ້ນແລ້ວ, ປັດຈຸບັນ ອີຣານ ພວມຕີລາຄາເບິ່ງວ່າ ບັນດາການເຈລະຈາ ຈະສາມາດບັນລຸໄດ້ຮອບເຈລະຈາໃໝ່ບໍ່, ນັບທັງປັດໄຈດ້ານເວລາ ແລະສະຖານທີ່ຈັດຕັ້ງ. ສິ່ງທີ່ໜ້າສົນໃຈ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຢັ້ງຢືນວ່າ ບັນດາຄຳຮຽກຮ້ອງ ເຊິ່ງ ອາເມລິກາ ຍົກອອກມາໃນໄລຍະຜ່ານມາແມ່ນເກີນຄວນ. ບໍ່ຮູ້ການບັນລຸຂໍ້ຕົກລົງກັບອາເມລິກາ ຈະບັນລຸໄດ້ ຫຼື ບໍ່ໄດ້, ແຕ່ການເຄື່ອນໄຫວເສີມທາດ urani ຢູ່ ອີຣານ ຈະສືບຕໍ່ໄດ້ຮັບການດຳເນີນ.

ນັບແຕ່ວັນທີ 12 ເມສາ ຫາວັນທີ 11 ພຶດສະພາຜ່ານມາ, ພາຍໃຕ້ການເປັນກາງໄກ່ເກ່ຍຂອງ ໂອມານ, ອີຣານ ແລະ ອາເມລິກາ ໄດ້ດຳເນີນ 4 ຮອບເຈລະຈາຂັ້ນສູງກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ແລ້ວ.

ແຫຼ່ງຄັດຈາກ: vovworld.vn