ວັນທີ 20 ພຶດສະພາ, ອິນເດຍ ແລະ ປາກິດສະຖານ ໄດ້ເຫັນດີເປັນເອກະພາບຖອນກຳລັງ ແລະອາວຸດຕາມໄລຍະອອກຈາກບັນດາສະຖານທີ່ຫາກໍ່ເກີດການປະທະກັນຫວ່າງມໍ່ໆມານີ້ລະຫວ່າງສອງປະເທດ, ສ່ວນຫຼາຍແມ່ນລຽບຕາມເຂດແດນຄວບຄຸມ (LoC). ຄາດວ່າຈະສຳເລັດໃນທ້າຍເດືອນພຶດສະພາ.

ກໍໃນວັນດຽວກັນ, ອິນເດຍ ໄດ້ແຈ້ງໃຫ້ຊາບວ່າ ຈະເຊື່ອມຕໍ່ຄືນບັນດາພິທີຫຼຸດທຸງລົງເຄິ່ງເສົາປິດຊາຍແດນກັບ ປາກິດສະຖານ ໃນແຕ່ລະມື້. ການເຄື່ອນໄຫວນີ້ ເຄີຍຖືກໂຈະໄວ້ຊົ່ວຄາວເມື່ອຕົ້ນເດືອນຜ່ານມາພາຍຫຼັງທີ່ເກີດການປະທະກັນຢ່າງຮ້າຍແຮງທີ່ສຸດລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງໃນຫຼາຍທົດສະວັດ.

ກຳລັງປ້ອງກັນຄວາມສະຫງົບເຂດຊາຍແດນ ອິນເດຍ ໃຫ້ຮູ້ວ່າ ພິທີດັ່ງກ່າວຈະເຊື່ອມຕໍ່ ແລະ ເປີດປະຕູໃຫ້ແກ່ວົງການສື່ມວນຊົນເຂົ້າວັນອັງຄານ ແລະ ມະຫາຊົນເຂົ້າໃນວັນພຸດ ຂອງທຸກໆອາທິດ ໃນເຂດຊາຍແດນ Attari-Wagah ຢູ່ລັດ Punjab. ໃນຂະນະນັ້ນ, ຝ່າຍ ປາກິດສະຖານ ແຈ້ງໃຫ້ຊາບວ່າ ບໍ່ເຄີຍຢຸດດຳເນີນພິທີການດັ່ງກ່າວຈັກເທື່ອ.

ແຫຼ່ງຄັດຈາກ: vovworld.vn