ລະອຽດແມ່ນຂໍ້ລິເລີ່ມກູ້ຢືມທີ່ມີຊື່ວ່າ SAFE (Security Action for Europe - ຂໍ້ລິເລີ່ມຄວາມໝັ້ນຄົງໃຫ້ແກ່ເອີລົບ) ໄດ້ຮັບປະກັນດ້ວຍແຫຼ່ງງົບປະມານສູນກາງຂອງ ອີຢູ ໂດຍຄະນະກຳມະການເອີລົບ EC ສະເໜີໃນເດືອນມີນາປີນີ້ໃນຄວາມມານະພະຍາຍາມຍູ້ໄວການປັບປຸງກຳລັງຄວາມສາມາດປ້ອງກັນຕົວຂອງກຸ່ມ. ໂຄງການດັ່ງກ່າວແມ່ນສ່ວນໜຶ່ງໃນບ້ວງມາດຕະການທີ່ກວ້າງກວ່າໃນນັ້ນມີການຜ່ອນຜັນບັນດາຂໍ້ກຳນົດດ້ານງົບປະມານ ຊື່ງຕາມ ບຣຸກແຊນ ແລ້ວອາດຈະສ້າງເງ່ືອນໄຂເພື່ອລະດົມຈຳນວນເງິນເຖິງ 800 ຕື້ເອີໂຣ ໃຫ້ແກ່ລາຍຈ່າຍດ້ານປ້ອງກັນຊາດ. ເອກະສານຍັງຄົງຕ້ອງການໄດ້ຮັບການຮັບຮອງເອົາຢ່າງເປັນທາງການ ແລະຄາດວ່າຈະໄດ້ໃຫ້ສັດຕະຍາບັນຈາກບັນດາທ່ານລັດຖະມົນຕີ ໃນການປະຊຸມຢູ່ ບຣຸກແຊນ, ປະເທດແບນຊິກ ໃນວັນທີ 27 ພຶດສະພາ.

ແຫຼ່ງຄັດຈາກ: vovworld.vn