ກອງປະຊຸມແມ່ຍິງ G20 ໄຂຂຶ້ນຢູ່ອາຟະລິກາໃຕ້ ດ້ວຍຄຳຮຽກຮ້ອງຄວາມສະເໝີພາບລະຫວ່າງຍິງ-ຊາຍ
W20 ແມ່ນໜຶ່ງໃນບັນດາກຸ່ມເຂົ້າຮ່ວມເອກະລາດຢ່າງເປັນທາງການຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ໂດຍສຸມໃສ່ການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະການມອບສິດເສດຖະກິດໃຫ້ແກ່ແມ່ຍິງ.
ວັນທີ 21 ພຶດສະພາ, ກອງປະຊຸມແມ່ຍິງອາຟະລິກາ Women 20 (W20) ໄຂຂຶ້ນຢູ່ Cape Town, ນະຄອນຫຼວງສ້າງກົດໝາຍຂອງອາຟະລິກາໃຕ້, ດ້ວຍຄຳຮຽກຮ້ອງບັນດາການນຳ ແລະ ວົງການວາງແຜນກຳນົດນະໂຍບາຍທົ່ວໂລກ ຫັນການປຶກສາຫາລືທີ່ສຸມໃສ່ທາງເພດ ມາເປັນກອງປະຊຸມປຶກສາຫາລືກ່ຽວກັບການປ່ຽນແປງນະໂຍບາຍທີ່ເປັນຮູບປະທຳ.
W20 ແມ່ນໜຶ່ງໃນບັນດາກຸ່ມເຂົ້າຮ່ວມເອກະລາດຢ່າງເປັນທາງການຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ໂດຍສຸມໃສ່ການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະການມອບສິດເສດຖະກິດໃຫ້ແກ່ແມ່ຍິງ. ກອງປະຊຸມ ໄດ້ດຳເນີນໃນ 2 ວັນ ດ້ວຍຫົວຂໍ້ “ແມ່ຍິງສາມັກຄີ” ອັນໄດ້ສ້າງຂີດໝາຍຄົບຮອບ 10 ປີ ຂອງ W20 ແລະ ເຕົ້າໂຮມບັນດາຜູ້ແທນທົ່ວໂລກ ຕາງໜ້າໃຫ້ແກ່ລັດຖະບານ, ວິສາຫະກິດ, ສະຖາບັນ ແລະສັງຄົມພົນລະເຮືອນ.
ປັດຈຸບັນ, ອາຟະລິກາ ພວມດຳລົງຕຳແໜ່ງປະທານຂອງ G20. ອາຟະລິກາ ໄດ້ວາງອອກບັນດາບຸລິມະສິດຕົ້ນຕໍໃຫ້ແກ່ໂຄງການດຳເນີນງານຂອງແມ່ຍິງ, ລວມມີການລົງທຶນເຂົ້າພື້ນຖານເສດຖະກິດເບິ່ງແຍງດູແລ, ການເຊື່ອມຕໍ່ດ້ານການເງິນ ແລະສະກັດກັ້ນການໃຊ້ຄວາມຮຸນແຮງກັບແມ່ຍິງ.
ແຫຼ່ງຄັດຈາກ: vovworld.vn