ສັນທະປະປາ ລີໂອ XIV ຮຽກຮ້ອງ ອິດສະຣາແອັນ ອະນຸຍາດໃຫ້ການຊ່ວຍເຫຼືອມະນຸດສະທຳ ເຂົ້າເຂດກາຊາ
ໃນວັນທີ 11 ພຶດສະພາຜ່ານມາ, ສັນທະປະປາ ກໍຮຽກຮ້ອງໃຫ້ບັນດາຝ່າຍຢຸດຍິງ ໃນທັນທີ ແລະປ່ອຍສິດເສລີໃຫ້ແກ່ຕົວປະກັນ ອິດສະຣາແອັນ ທັງໝົດ ທີ່ຖືກຂະບວນການອິດສະຣາມ ຮາມາດສ ກັກຕົວ.
    |
 |
ສະພາບການຢູ່ເຂດກາຊາ. ພາບ: Reuters |
ວັນທີ 21 ພຶດສະພາ, ເມື່ອກ່າວຄຳເຫັນໃນການພົບປະລວມປະຈຳອາທິດ ຢູ່ຈະຕຸລັດ Peter, ສັນທະປະປາ ລີໂອ XIV ຮຽກຮ້ອງໃຫ້ ອິດສະຣາແອັນ ອະນຸຍາດໃຫ້ການຊ່ວຍເຫຼືອມະນຸດສະທຳ ເຂົ້າເຂດກາຊາ. ຕາມສັນທະປະປາແລ້ວ, ສະພາບການຢູ່ເຂດກາຊາ ນັບມື້ນັບຮ້າຍແຮງ ແລະມີຄວາມວິຕົກກັງວົນ.
ໃນອາທິດທຳອິດຂອງອາຍຸການເປັນສັນທະປະປາຂອງຕົນ, ສັນທະປະປາ ລີໂອ XIV ໄດ້ເວົ້າເຖິງສະພາບການຢູ່ກາຊາ ເປັນຫຼາຍຄັ້ງແລ້ວ. ໃນວັນທີ 11 ພຶດສະພາຜ່ານມາ, ສັນທະປະປາ ກໍຮຽກຮ້ອງໃຫ້ບັນດາຝ່າຍຢຸດຍິງໃນທັນທີ ແລະປ່ອຍສິດເສລີ ໃຫ້ແກ່ຕົວປະກັນ ອິດສະຣາແອັນ ທັງໝົດທີ່ຖືກຂະບວນການອິດສະຣາມ ຮາມາດສ ກັກຕົວ.
ແຫຼ່ງຄັດຈາກ: vovworld.vn