ທ່ານ ໂຕເລິມ ເລຂາທິການໃຫຍ່:
ມະຕິຍຸດທະສາດ 4 ສະບັບ ນຳປະເທດຊາດບືນຕົວຂຶ້ນ
ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດເຊື່ອມຊືມ, ຜັນຂະຫຍາຍປະຕິບັດມະຕິ ເລກທີ 66 ຂອງກົມການເມືອງກ່ຽວກັບການປ່ຽນແປງໃໝ່ວຽກງານກໍ່ສ້າງ ແລະປະຕິບັດກົດໝາຍຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດ ໃນຍຸກສະໄໝໃໝ່ ແລະມະຕິ ເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ. ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ເນັ້ນໜັກວ່າ ປັດຈຸບັນ, ຫວຽດນາມ ພວມດຳເນີນການປ່ຽນແປງໃໝ່, ປະຕິຮູບ, ສຸມໃສ່ເຂົ້າສີ່ບຸກທະລຸ ລວມມີ: ມະຕິເລກທີ 57 ຂອງກົມການເມືອງ, ຊຸກຍູ້ວິທະຍາສາດເຕັກໂນໂລຢີ ແລະນະວັດຕະກຳ, ມະຕິເລກທີ 59 ກ່ຽວກັບການເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມະຕິເລກທີ 68 ກ່ຽວກັບການພັດທະນາເຂດເສດຖະກິດເອກະຊົນຢ່າງແຂງແຮງ; ມະຕິເລກທີ 66 ກ່ຽວກັບການປ່ຽນແປງວຽກງານກໍ່ສ້າງ, ປະຕິບັດກົດໝາຍຢ່າງຮອບດ້ານ. ມາຮອດປັດຈຸບັນ, ມະຕິ 4 ສະບັບດັ່ງກ່າວແມ່ນເສົາຄ້ຳສຳຄັນຂອງພື້ນຖານລະບອບລະບຽບການ, ສ້າງກຳລັງໜູນຢ່າງແຂງແຮງເພື່ອນຳຫວຽດນາມ ພັດທະນາ, ກ້າວເຂົ້າສູ່ສັງກາດໃໝ່, ຫັນການປະຕິບັດວິໄສທັດຫວຽດນາມ ພັດທະນາ, ມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn |
ຫວນຄືນບັນດາເນື້ອໃນຫຼັກຂອງມະຕິສະບັບຕ່າງໆ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ມະຕິເລກທີ 68 ໄດ້ວາງພື້ນຖານໃຫ້ແກ່ການຫັນປ່ຽນຢ່າງຮອບດ້ານກ່ຽວກັບນະໂຍບາຍພັດທະນາເສດຖະກິດເອກະຊົນ. ນີ້ແມ່ນການຄັດເລືອກຍຸດທະສາດທີ່ຖືກຕ້ອງ, ຮີບດ່ວນ, ນຳມາເຊິ່ງວິໄສທັດທີ່ຍາວນານ, ເພື່ອແນໃສ່ປະຕິບັດແງ່ຫວັງພັດທະນາປະເທດໝັ້ນຄົງເຂັ້ມແຂງຈະເລີນຮຸ່ງເຮືອງ ໃນກາງສະຕະວັດທີ XXI.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ