leftcenterrightdel
ຈີນ-ຝຣັ່ງ ສົນທະນາດ້ານເສດຖະກິດ-ການເງິນ ລະດັບສູງ ຄັ້ງທີ 10. ພາບ: kpl.gov.vn

ຈາກນັ້ນທ່ານ​ ເຫີລີ້​ເຟີ່ງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ຜູ້​ຮັບ​ຜິດ​ຊອບ​ຝ່າຍ​ ສປ ຈີນ ​ໃນ​ການ​ສົນ​ທະ​ນາ ແລະທ່ານ​ ເອ​ຣິກ ລອມ​ບາດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ, ການ​ເງິນ, ອຸດ​ສາ​ຫະ​ກຳ ແລະອະ​ທິ​ປະ​ໄຕດ້ານ​ດີ​ຈີ​ຕອນ​ຝ​ຣັ່ງ ໄດ້​ຮ່ວມ​ກັນເປັນ​ປະ​ທານ​ການ​ສົນ​ທະ​ນາ​ຄັ້ງ​ນີ້. ໂດຍສອ​ງ​ຝ່າຍ​ໄດ້​ເນັ້ນ​ໜັກ​ວ່າ: ຕ້ອງ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມດ້ານ​ເສດ​ຖະ​ກິດ-ການ​ຄ້າ ​ສາ​ກົນ ທີ່​ເປີດກວ້າງ ​ແລະ​ຮ່ວມ​ມື​ກັ​ນ, ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ ​ການ​ຄ້າ ​ແລະ​ການ​ລົງ​ທຶນ​ທີ່​ດີ, ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ-​ການ​ເງິນ ​ລະ​ຫວ່າງສອງ​ປະ​ເທດ​ ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ຕັ້ງ​ໜ້າຫຼາຍກວ່າ​ເກົ່າ. ໃນ​ໄລ​ຍະ​ການ​ສົນ​ທະ​ນາ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​​ລົງ​ເລິກ​ການ​ແລ​ກ​ປ່ຽນ ຄວາມ​ເຫັນ​ທີ່​ປິ່ນ​ອ້ອມຫຼາຍ​ຫົວ​ຂໍ້ ແລະ ໄດ້​ລົງ​ນາມ​ເອ​ກະ​ສານ​ການ​ຮ່ວມ​ມືລະ​ຫວ່າງ ສປ ​ຈີນ-ຝ​ຣັ່ງ ກ່ຽວ​ກັບຊີ້ນ​ສັດ​ປີກ, ພໍ່​ພັນ​ແມ່​ພັນ​ສັດ​ປີກ ແລະ ສຳ​ລັບ ​ເພາະ​ພັນ​ສັດ​ປີກ. ຫລັງ​ຈາກ ກອງ​ປະ​ຊຸມ, ທ່ານ ​ເຫີ​ລີ້​ເຟີ່ງ ແລະ ທ່ານ ເອ​ຣິກ ​ລອມ​ບາດ ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ນັກ​ທຸ​ລະ​ກິດ ​ຈີນ-ຝ​ຣັ່ງ ແລະ ຕ່າງ​ໄດ້​ກ່າວ​ຄຳ​ປາ​ໄສ ​ຕໍ່​ງານ​ຄັ້ງ​ນີ້ ​ຕາມ​ລຳ​ດັບ.

ແຫຼ່ງຄັດຈາກ: kpl.gov.vn