leftcenterrightdel
ນາຍທະຫານຢູແກຼນ ໃນການປະທະກັນກັບລັດເຊຍ ຢູ່ໃກ້ Bahmut, ເຂດ Donetsk. ພາບ: Reuters/TTXVN

ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ທ່ານ Dmitry Peskov ໃຫ້ຮູ້ວ່າ ທ່ານຍັງບໍ່ສາມາດສະໜອງຂໍ້ມູນໃດທີ່ແນ່ນອນ ນອກຈາກການແຈ້ງໃຫ້ຊາບວ່າ ຈະມີຕາຕະລາງຕ່າງຫາກກ່ຽວກັບບັນດາເງື່ອນໄຂໃຫ້ແກ່ຂໍ້ຕົກລົງຢຸດຍິງ ອີງໃສ່ຂໍ້ຕົກລົງທີ່ບັນລຸໄດ້ໃນການເຈລະຈາຄັ້ງຕ່າງໆຢູ່ນະຄອນ Istanbul (ຕວັກກີ) ຫວ່າງມໍ່ໆມານີ້ລະຫວ່າງຄະນະ ລັດເຊຍ ແລະ ຢູແກຼນ. ທ່ານປະຕິເສດບັນດາຄຳກ່າວຫາຈາກຝ່າຍ ຢູແກຼນ ແລະ ເອີຣົບ ທີ່ຖືວ່າ ລັດເຊຍ ພວມຕັ້ງໃຈໂຈະການເຈລະຈາສັນຕິພາບກັບ ຢູແກຼນ.

ກໍໃນວັນທີ 21 ພຶດສະພາ, ວັງ Kremlin ກໍຢັ້ງຢືນວ່າ ລັດເຊຍ ບໍ່ປະຄວາມອາດສາມາດເຈລະຈາໂດຍກົງລະຫວ່າງທ່ານປະທານາທິບໍດີ Vladimir Putin ແລະຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky, ແຕ່ດ້ວຍເງື່ອນໄຂບັນດາຄວາມມານະພະຍາຍາມສັນຕິພາບທີ່ພວມດຳເນີນນັ້ນ ຕ້ອງມີຄວາມຄືບໜ້າ ແລະບັນລຸໄດ້ບັນດາຂໍ້ຕົກລົງທີ່ແນ່ນອນ.

ແຫຼ່ງຄັດຈາກ: vovworld.vn