ແລະຕາມທ່ານການນຳອັງກິດແລ້ວ, “ບັນດາຜົນປະໂຫຍດແທ້ຈິງ ແລະບໍ່ເປັນຮູບຮ່າງ" ສຳລັບອັງກິດ ຈະໄດ້ສະແດງໃຫ້ເຫັນໃນບັນດາຂົງເຂດຄວາມໝັ້ນຄົງ, ການອົບພະຍົບຜິດກົດໝາຍ, ລາຄາພະລັງງານ, ຜະລິດຕະພັນກະເສດ, ການຄ້າ ກໍ່ຄືວຽກເຮັດງານທຳ, ໄພເງິນເຟີ້ ແລະຄວາມໝັ້ນຄົງເຂດຊາຍແດນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ແລະທ່ານນາງ ປະທານຄະນະກຳມະການເອີລົບ (EC) Ursula von der Leyen. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາງ ປະທານຄະນະກຳມະການເອີລົບ (EC) Ursula von der Leyen ໃຫ້ຮູ້ວ່າ: ນີ້ແມ່ນມື້ສຳຄັນຍ້ອນສອງຝ່າຍພວມສ້າງໜ້າປະຫວັດສາດໃໝ່ ແລະເປີດອະນາຄົດໃໝ່. ກ່ອນໜ້ານັ້ນໃນວັນດຽວກັນ, ວົງການເຈົ້າໜ້າທີ່ອີຢູ ໃຫ້ຮູ້ວ່າ: ສາມາດບັນລຸໄດ້ຂໍ້ຕົກລົງຊົ່ວຄາວກັບອັງກິດ ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການປະມົງ ແລະບັນຫາຍົກຍ້າຍຂອງຊາວໜຸ່ມກ່ອນທ່ີດຳເນີນກອງປະຊຸມສຸດຍອດ ອີຢູ-ອັງກິດ ຊື່ງດຳເນີນຢູ່ລອນດອນ ໃນວັນທີ 19 ພຶດສະພາ. ຂໍ້ຕົກລົງຊ່ົວຄາວນີ້ ຈະເປີດຊ່ອງທາງໃຫ້ແກ່ບັນດາວິສາຫະກິດອັງກິດ ທີ່ເຂົ້າຮ່ວມບັນດາສັນຍາປ້ອງກັນຊາດໃຫຍ່ຂອງ ອີຢູ ກໍ່ຄືແກ້ໄຂບັນຫາສັບສົນກ່ຽວກັບສິດທິການຫາປາ.

ແຫຼ່ງຄັດຈາກ: vovworld.vn