ການເລືອກຕັ້ງປະທານາທິບໍດີ ໂຣມານີ 2025
ພາຍຫຼັງການນັບຈຳນວນບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງຢູ່ພາຍໃນ ແລະຕ່າງປະເທດຂອງ ໂຣມານີ 96,26%, ຜູ້ສະໝັກເລືອກຕັ້ງ Nicusor Dan ພວມນຳໜ້າດ້ວຍບັດສະໜັບສະໜູນ 54,35%...
ໝາກຜົນການຢັ່ງຫາງສຽງຂອງຜູ້ມີສິດເລືອກຕັ້ງພາຍຫຼັງການປ່ອນບັດເລືອກຕັ້ງປະທານາທິບໍດີ ຮອບທີ 2 ທີ່ຈັດຂຶ້ນໃນວັນທີ 18 ພຶດສະພາ ສິ້ນສຸດລົງໄດ້ຊີ້ໃຫ້ເຫັນວ່າ ຜູ້ສະໝັກເລືອກຕັ້ງ Nicusor Dan, ເຈົ້າຄອງນະຄອນຫຼວງ Bucharest, ໄດ້ນຳໜ້າດ້ວຍອັດຕາຄະແນນທີ່ຢູ່ຫ່າງໄກຫຼາຍກັບຄູ່ແຂ່ງແມ່ນທ່ານ George Simion.
ລະອຽດແມ່ນ, ພາຍຫຼັງການນັບຈຳນວນບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງຢູ່ພາຍໃນ ແລະ ຕ່າງປະເທດຂອງ ໂຣມານີ 96,26%, ຜູ້ສະໝັກເລືອກຕັ້ງ Nicusor Dan ພວມນຳໜ້າດ້ວຍບັດສະໜັບສະໜູນ 54,35% ແລະທ່ານ George Simion ຢືນອັນດັບທີ 2 ດ້ວຍ 45,65%. ໄລ່ຮອດເວລາ 21 ໂມງຂອງວັນທີ 18 ພຶດສະພາ, ເມື່ອບັນດາສະຖານທີ່ປ່ອນບັດໄດ້ປິດປະຕູ, ມີ 11,6 ລ້ານຄົນ, ເທົ່າກັບ 64% ຜູ້ມີສິດເລືອກຕັ້ງ ໂຣມານີ ມີເງື່ອນໄຂຢ່າງພຽງພໍເຂົ້າຮ່ວມການປ່ອນບັດ, ສູງກວ່າຮອບທີ 1.
ຄາດວ່າ, ໝາກຜົນການປ່ອນບັດສຸດທ້າຍຈະໄດ້ປະກາດໃນວັນທີ 19 ພຶດສະພາ ນີ້.
ແຫຼ່ງຄັດຈາກ: vovworld.vn