ວັນທີ 18 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ໄດ້ອະນຸມັດຜ່ານການຟື້ນຟູການເຄື່ອນໄຫວຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳຈາກພາຍນອກເຂົ້າໄປຍັງເຂດ ກາຊາ ໃນທັນທີ.

ແຈ້ງການຈາກຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ໃຫ້ຮູ້ວ່າ ຂໍ້ຕົກລົງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ Benjamin Netanyahu ຍົກອອກມາໃນກອງປະຊຸມລັດຖະບານ, ໂດຍອີງໃສ່ຂໍ້ສະເໜີຂອງກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ແລະຄຳຮຽກຮ້ອງເປີດກວ້າງການສູ້ຮົບຢູ່ເຂດ ກາຊາ. ຕາມຂໍ້ຕົກລົງແລ້ວ, ອິດສະຣາແອັນ ອະນຸຍາດໃຫ້ຂົນສົ່ງທັນຍາຫານເປັນພື້ນຖານເຂົ້າເຂດກາຊາ ໃຫ້ແກ່ປະຊາຊົນ, ເພື່ອຫຼີກລ່ຽງຄວາມສ່ຽງເກີດວິກິດການມະນຸດສະທຳຢູ່ທີ່ນີ້. ອິດສະຣາແອັນ ຈະມີການກະທຳເພື່ອຮັບປະກັນວ່າ ກຳລັງ ຮາມາດສ ຈະບໍ່ສາມາດຄວບຄຸມການແຈກຢາຍເຄື່ອງໜູນຊ່ວຍມະນຸດສະທຳ, ເປົ້າໝາຍແມ່ນບໍ່ໃຫ້ເຄື່ອງໜູນຊ່ວຍສົ່ງໄປເຖິງບັນດາສະມາຊິກຂອງ ຮາມາດສ.

ແຫຼ່ງຄັດຈາກ: vovworld.vn