ວັນທີ 20 ພຶດສະພາ, ອັງກິດ ໄດ້ໂຈະບັນດາການເຈລະຈາດ້ານການຄ້າເສລີ (FTA) ກັບ ອິດສະຣາແອັນ ແລະ ຈະ “ພິຈາລະນາການຮ່ວມມືຄືນໃໝ່” ກັບ ອິດສະຣາແອັນ ແລະຮຽກໂຮມທ່ານເອກອັກຄະລັດຖະທູດ ອິດສະຣາແອັນ ໄປຍັງກະຊວງການຕ່າງປະເທດ ເພື່ອສະແດງຫຼັກໝັ້ນແຂງກະດ້າງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນສຳລັບບັນດາການບຸກໂຈມຕີຂອງ ອິດສະຣາແອັນ ຢູ່ເຂດ ກາຊາ.

ກ່າວຄຳເຫັນທີ່ສະພາແຫ່ງຊາດ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ David Lammy ໄດ້ຕຳໜິຕິຕຽນການກະທຳເປີດກວ້າງການເຄື່ອນໄຫວດ້ານການທະຫານຂອງ ອິດສະຣາແອັນ ຢູ່ຜືນແຜ່ນດິນຂອງ ປາແລັດສະຕິນ ແມ່ນ “ໄຮ້ເຫດຜົນ”. ທ່ານກໍ່ຄັດຄ້ານເລື່ອງ ອິດສະຣາແອັນ ສະກັດກັ້ນການອຸປະຖຳ, ເປີດກວ້າງການປະທະກັນ, ບໍ່ສົນໃຈເຖິງຄວາມເອົາໃຈໃສ່ຂອງເພື່ອນມິດ ແລະ ຄູ່ຮ່ວມມື, ຍູ້ການປະທະກັນເຂົ້າ “ໄລຍະມືດມົວໃໝ່”.

ໃນປະຕິກິລິຍາຂອງຕົນ, ທ່ານ Oren Marmorstein, ໂຄສົກກະຊວງການຕ່າງປະເທດ ອິດສະຣາແອັນ ຖືວ່າ, ຂໍ້ຕົກລົງດັ່ງກ່າວຈະ “ກໍ່ຄວາມເສຍຫາຍເຖິງພື້ນຖານເສດຖະກິດ ອັງກິດ”.

ແຫຼ່ງຄັດຈາກ: vovworld.vn